Nhảy đến nội dung
English
Vietnamese
Chinese
French
German
Indonesian
Japanese
Khmer
Korean
Lao
Russian
Spanish
Thai
Đa phương tiện tiếng Lào
Radio
Podcast
Media
Listen on
English
English
Vietnamese
Chinese
French
German
Indonesian
Japanese
Khmer
Korean
Lao
Russian
Spanish
Thai
Menu mobile tiếng Lào
ຂ່າວເດັ່ນ
ຊີວິດໃນເມືອງ
ພາບສາລະຄະດີ
ຟັງລາຍການໃນສັບປະດາ
ສາລະຄະດີ
ຫວຽດນາມ - ສັງກາດບຸກບືນ
ສະຖານະການ ການເມືອງ
ປະເທດຊາດ ແລະ ຊາວຫວຽດນາມ
ວີດີໂອ
ວັດທະນະທໍາ
Mạng xã hội
ຕິດຕາມ VOV World
ຕິດຕໍ່
(084) 24 38266809
(084) 38266707
ເລກທີ 45, ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ, ຫວຽດນາມ
vovworld@vov.vn
English
Vietnamese
Chinese
French
German
Indonesian
Japanese
Khmer
Korean
Lao
Russian
Spanish
Thai
English
English
English
Vietnamese
Chinese
French
German
Indonesian
Japanese
Khmer
Korean
Lao
Russian
Spanish
Thai
Menu trang chủ tiếng Lào
ຂ່າວເດັ່ນ
ຊີວິດໃນເມືອງ
ຜູ້ຟັງກັບພາກພາສາລາວ
ສາລະຄະດີ
ຫວຽດນາມ - ສັງກາດບຸກບືນ
500 ວັນ ແລະ ຄືນ ຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ
menu phụ tiếng Lào
ສະຖານະການ ການເມືອງ
Media
ຝູງນົກປາກຫ່າງ ທີ່ຫາຍາກ ອົບພະຍົບກັບເມືອດອນນົກຢູ່ ຢາລາຍ
Facebook
ວັນສຸກ, 18:57, 22/05/2026
VOV5
[VOVWORLD] - ດອນນົກ (ຕາແສງ ຕຸຍເຟືອກດົງ, ແຂວງ ຢາລາຍ) ປັດຈຸບັນພວມກາຍເປັນບ່ອນເຕົ້າໂຮມຂອງນົກປາກຫ່າງທີ່ຫາຍາກນັບພັນໂຕ ອົບພະຍົບກັບເມືອງເຂດປ່າຊາຍເລນລ່າອາຫານ.
ເຂດນິເວດດອນນົກຢູ່ໜອງ ທິນ້າຍ (ຕາແສງ ຕຸຍເຟືອກດົງ, ແຂວງ ຢາລາຍ) ພວມແມ່ນທີ່ພັກອາໄສຂອງນົກປາກຫ່າງນັບພັນໂຕ ເຊິ່ງແມ່ນນົກທີ່ຫາຍາກ ຈັດຢູ່ໃນປຶ້ມແດງ ຫວຽດນາມ.
ຈາກມູມສູງ, ພາບປີກນົກປາກຫ່າງສີຂາວເທົານັບພັນຄູ່ ແລະ ນົກຊະນິດຕ່າງໆປົກຄຸມທັງມູມໜຶ່ງຂອງໜອງ ທິນ້າຍ ເຮັດໃຫ້ຜູ້ທີ່ມັກຮັກການຄົ້ນຫາທຳມະຊາດຮູ້ສຶກຈັບອົກຈັບໃຈ.
ນົກປາກຫ່າງມີຊື່ທາງວິທະຍາສາດແມ່ນ Anastomus oscitans, ຈັດຢູ່ໃນກຸ່ມນົກຮຸງ, ມັກດຳລົງຊີວິດຢູ່ເຂດປາຊາຍເລນ. ນົກຊະນິດນີ້ດຳລົງແບບຕັ້ງຖິ່ນຖານຄົງທີ່, ມີນ້ຳໜັກແຕ່ 1 ກີໂລກາມ - 1,2 ກີໂລກາມ ແລະ ມີລັກສະນະຮູບປະພັນທີ່ພິເສດສະເພາະທີ່ສຸດ, ບໍ່ອາດຫຼົງກັບນົກຍາງທົ່ວໄປໄດ້.
ນົກປາກຫ່າງມີຕົວນ້ອຍແຕ່ປີກກວ້າງ ແລະ ແຂງແຮງ.
ນົກຊະນິດນີ້ມີສົບສີຂີ້ເທົ່າເຂົາຍາວ, ແຂງໝັ້ນດີ.
ບ່ອນຫວ່າງຢູ່ສົບແມ່ນອາວຸດທີ່ເກງຂາມ ຊ່ວຍໃຫ້ພວກມັນສາມາດຄາບ ຫຼື ທຸບເຈາະເປືອກຂອງສັດຊະນິດຕ່າງໆໄດ້ຢ່າງງ່າຍດາຍຄື: ຫອຍ, ຫອຍນາງລົມ, ປູ, ກຸ້ງ…
ຢູ່ ຫວຽດນາມ, ນົກປາກຫ່າງໄດ້ຈັດຢູ່ໃນກຸ່ມ IB (ກຸ່ມສັດທີ່ຫາຍາກທີ່ສຸດ, ມີຄວາມສ່ຽງສູນຫາຍສູງ).
ຄວາມລຶ້ງເຄີຍຂອງນົກປາກຫ່າງແມ່ນອົບພະຍົບບ່ອນຢູ່ ຫຼືອົບພະຍົບໄປຊອກຫາອາຫານເມື່ອເຂດທີ່ພວມດຳລົງຊີວິດຖືກຮັດແຄບ ຫຼືແຫຼ່ງອາຫານຂາດເຂີນ.
ນົກປະເພດນີ້ດຳລົງຊີວິດສ່ວນຫຼາຍຢູ່ເຂດ ອາຊີໃຕ້ ແລະ ອາຊີຕເວັນອອກສ່ຽງໃຕ້.
ດອນນົກຕັ້ງຢູ່ໃນລະບົບໜອງ ທິນ້າຍ ເຊິ່ງແມ່ນໜຶ່ງໃນບັນດາໜອງຊາຍເລນໃຫຍ່ທີ່ສຸດຢູ່ເຂດພາກກາງ.
ຕາມບັນດານັກວິທະຍາສາດແລ້ວ, ນົກປາກຫ່າງມີຄວາມສາມາດຈຳເສັ້ນທາງອົບພະຍົບໄດ້ດີທີ່ສຸດ.
ຕາມອ້າຍ ຫງວຽນດັງຄວາ (ອາຍຸ 38 ປີ), ປະຊາຊົນດຳລົງຊີວິດດ້ວຍອາຊີບພາຍເຮືອຢູ່ໜອງ ທິນ້າຍ ໃຫ້ຮູ້ວ່າ ພາຍຫຼັງຖືກຜົນເສຍຫາຍທີ່ໜັກໜ່ວງຈາກພາຍຸຄັ້ງປະຫວັດສາດ ລູກທີ 13 ມາເປັນເວລາກວ່າ 6 ເດືອນ, ປະຊາຊົນ ແລະ ອຳນາດການປົກຄອງແຂວງ ຢາລາຍ ໄດ້ຜັນຂະຫຍາຍຫຼາຍວິທີການຟື້ນຟູປ່າຊາຍເລນຢູ່ໜອງ ທິນ້າຍ. ປ່າພວມຄ່ອຍກັບມາມີສີຂຽວ ເຊິ່ງເຮັດໃຫ້ນົກຊະນິດຕ່າງໆກັບມາ. ການປະກົດຕົວຂອງນົກປາກຫ່າງແມ່ນສັນຍານທີ່ເປັນໜ້າຊື່ນຊົມ.
ເພື່ອປົກປັກຮັກສານົກຊະນິດທີ່ຢູ່ໃນປຶ້ມແດງນີ້, ປະຊາຊົນພວກຂ້າພະເຈົ້າ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຍາມໃດກໍ່ເພີ່ມທະວີການລາດຕະເວນ ແລະ ຕິດຕາມ.
ນົກປາກຫ່າງ ແລະ ນົກຊະນິດອື່ນໆ ຍາມກາງເວັນຈະໄປຫາກິນຢູ່ເທິງໜ້ານ້ຳ, ຍາມຄ່ຳຄືນກໍ່ຈະກັບເມືອນອນຢູ່ຜືນປ່າເຂດໜອງ.
ໜອງ ທິນ້າຍ ມີເນື້ອທີ່ປະມານ 5.000 ເຮັກຕາ ມີເຂດນິເວດດອນນົກດ້ວຍເນື້ອທີ່ 480 ເຮັກຕາ, ໄດ້ຮັບການຂະໜາມນາມວ່າແມ່ນ “ເກາະສີຂຽວ” ຂອງ ຢາລາຍ.
Tag:
VOV /
VOVWORLD
ຂ່າວ/ບົດໃໝ່
ສົນໃຈຫຼາຍສຸດ