ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ

(VOVWORLD) -ສຳລັບບໍ່ວ່າຜູ້ໃດທີ່ຊົມຊອບຄວາມສະຫງົບສຸກ, ຄວາມງົດງາມນັ້ນ ກໍ່ບໍ່ຄວນພາດໂອກາດແວ່ຢ້ຽມຊົມໜອງຕວຽນເລິມເມື່ອ ມາຮອດນະຄອນດ່າລາດ ແຂວງເລິມດົງ

ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ  - ảnh 1
ໂດຍຫ່າງຈາກໃຈກາງນະຄອນດ່າລາດປະມານ 7 ກີໂລແມັດ ຕາມທິດ ທາງຫຼວງ ເລກ 20 ຂຶ້ນກິ່ວ ເບີເຣນ ໜອງຕວຽນເລິມ ມີເນື້ອທີ່ ປະມານ 320 ແຮັກຕາ ດ້ວຍທິວທັດທຳມະຊາດທີ່ເປັນໜ້າຈັບໃຈ ຈາກກະແສນ້ຳໃສຂຽວເຢັນ ຕະຫຼອດຮອດເກາະດອນອັນນ້ອຍໆ ແລະ ປາແປກຂຽວອຸ່ມທຸ່ມ. ພາບ: vietnamtourism.gov.vn
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ  - ảnh 2
ນີ້ແມ່ນໜອງນ້ຳມີເນື້ອທີ່ກວ້າງໃຫຍ່ກ່ວາໝູ່ຢູ່ດິນແດນ ມວນມາລາ ໂດຍປະຊາຊົນຂຸດເອງ. ພາບ:baodulich.net.vn
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ  - ảnh 3
ພ້ອມກັບຄວາມງາມແບບດັ້ງເດີ່ມ ປຽບເໝືອນໜອງແກ້ວມານີໃນທ່າມກາງປ່າແປກ ທີ່ຮົກເຮື້ອ ໜອງຕວຽນເລິມຍິ່ງດູດດື່ມດ້ວຍປ່ານ້ຳຖ້ວມ ໃນທ່າມກາງນ້ຳໝອກກົ້ວຍາມເຊົ້າ. ພາບ: petrotimes.vn
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ  - ảnh 4
ປາຊີ ນ້ຳຖ້ວມຢູ່ສາຂາໜອງແມ່ນສະຖານທີ່ສວຍງາມເພື່ອຖ່າຍຮູບ ຂອງນັກຖ່າຍຮູບຫຼາຍຄົນ. ໜ້າໜອງມິດງຽບມີວິນຍານຫຼາຍຂຶ້ນດ້ວຍຕົ້ນຊີ, ຜູ້ຂັບເຮືອນ້ອຍລອງຕາມສາຍນ້ຳໄດ້ສ້າງເປັນທັດສະນີຍະພາບທີ່ງົດງາມດັ່ງໃນຝັນ. ພາບ: petrotimes.vn
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ  - ảnh 5
ແຂກ ທ່ອງທ່ຽວແວ່ຢາມໜອງຕວຽນເລິມສາມາດຍ່າງລໍ້ລິ້ນຫຼື ນອນຜັກຜ່ອນຢ້ອນໃຈ ຢູ່ທົ່ງນາອ້ອມໜອງ ແລະ ໄດ້ເຊື່ອມຕົວເຂົ້າກັບທິວທັດທຳມະຊາດຢູ່ແຫ່ງນີ້.ພາບ: petrotimes.vn
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ  - ảnh 6
ນອກຈາກການຢ້ຽມຊົມຄວາມງາມທຳມະຊາດຢູ່ໜອງຕວຽນເລິມແລ້ວ, ແຂກທ່ອງທ່ຽວສາມາດພາຍເຮືອບົນໜ້ານ້ຳ ແລະ ເຂົ້າໄປປ່າເພື່ອ ຢ້ຽມຊົມທິວທັດ. ພາບ: ພາບ: petrotimes.vn
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ  - ảnh 7
ພາບ: petrotimes.vn
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ  - ảnh 8
ພາຍຫຼັງຂຶ້ນ ຝັ່ງຈາກເຮືອ ແຂກທ່ອງທ່ຽວຈະຍ່າງລຽບຕາມທາງຊອຍເຂົ້າໄປປ່າ, ໃນຊ່ວງເວລາແຕ່ເດືອນຕຸລາ ຫາເດືອນ ທັນວາ ໃບໄມ້ໄດ້ຫັນໄປສູ່ສີເຫຼືອງຫຼືສີແດງທີ່ງົດງາມ.ພາບ: petrotimes.vn
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ  - ảnh 9
ພາບ: petrotimes.vn
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ  - ảnh 10
ດ້ວຍຄວາມງາມປະສານເຂົ້າກັນລະຫວ່າງແມ່ນ້ຳ, ຫ້ວຍນ້ຳ, ພູຜາປ່າໄມ້, ໜອງຕວຽນເລິມປຽບເໝືອນຮູບພາບທີ່ສະຫງົບສຸກ, ລຽບງ່າຍ. ພາບ: petrotimes.vn

ຕອບກັບ

ຂ່າວ/ບົດ​ອື່ນ