Media /
1. ງານວາງສະແດງຮູບຖ່າຍ “ເຈື່ອງຊາ ໃນຫົວໃຈຂອງພວກເຮົາ” ໄດ້ຈັດຕັ້ງຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 2 – 5 ສິງຫາ.
2. ບັນດາຮູບຖ່າຍ, ຜະລິດຕະພັນໃນງານວາງສະແດງນີ້ໄດ້ຮັບການຄັດເລືອກຈາກຮູບຖ່າຍນັບພັນແຜ່ນທີ່ 12 ນັກປະພັນສາມາດຖ່າຍຮູບໄດ້ໃນໂອກາດໄດ້ໄປເຖິງໝູ່ເກາະ ເຈື່ອງຊາ.
3. ເຂົ້າຮ່ວມພິທີໄຂງານວາງສະແດງມີທ່ານ ຫງວຽນເທ໊ກິ້ - ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ; ທ່ານພັນເອກ ເລຊວນຖູຍ, ຮອງເສນາທິການເຫຼົ່າທັບເຮືອ ຫວຽດນາມ ແລະ ນັກຂ່າວຂອງບັນດາອົງການສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນ, ນັກຖ່າຍຮູບເປັນຈຳນວນຫຼວງຫຼາຍ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນເທ໊ກິ້ - ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຢັ້ງຢືນວ່າ: ເມື່ອມາຊົມງານວາງສະແດງຄັ້ງນີ້, ເກືອບຄືວ່າໄດ້ໄປຢາມທະຫານ ແລະ ປະຊາຊົນ ເຈື່ອງຊາ, ບັນດາບຸກຄົນທີ່ພວມປົກປັກຮັກສາທະເລ, ໝູ່ເກາະຂອງປະເທດຊາດທັງວັນ ແລະ ຄືນ.
ທີ່ພິທີໄຂ, ຜູ້ຊົມຍັງໄດ້ຮັບຟັງບັນດາບົດເພງຍ້ອງຍໍຊົມເຊີຍທະເລ, ໝູ່ເກາະຂອງບ້ານເກີດເມືອງນອນ ແລະ ທະຫານເຮືອ ຫວຽດນາມ.
ທ່ານພັນເອກ ເລຊວນຖູຍ, ຮອງເສນາທິການເຫຼົ່າທັບເຮືອ ຫວຽດນາມ ຢັ້ງຢືນວ່າ: ງານວາງສະແດງແມ່ນການເຄື່ອນໄຫວໂຄສະນາເຜີຍແຜ່ສຳຄັນເພື່ອແນໃສ່ປະກອບສ່ວນຍົກສູງສະຕິ, ຄວາມຮັບຜິດຊອບຂອງປະຊາຊົນ, ພິເສດແມ່ນຊາວໜຸ່ມໃນການປົກປັກຮັກສາທະເລ, ໝູ່ເກາະຂອງບ້ານເກີດເມືອງນອນ.
ທ່ານພັນເອກ ເລຊວນຖູຍ, ຮອງເສນາທິການເຫຼົ່າທັບເຮືອ ຫວຽດນາມ ແລະ ທ່ານ ຫງວຽນເທ໊ກິ້ - ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ພວມຮັບຊົມຮູບຖ່າຍທີ່ງານວາງສະແດງ.
ບ່ອນວາງສະແດງບັນດາວັດຖຸພັນກ່ຽວກັບເຈື່ອງຊາ.
.ທີ່ງານວາງສະແດງ, ຄະນະຈັດຕັ້ງຍັງໄດ້ວາງຂາຍຊຸດບັດ “ສີສັນເຈື່ອງຊາ” ດ້ວຍຈຸດປະສົງສ້າງກອງທຶນໃຫ້ລາຍການ “ເຈື່ອງຊາຂຽວ” ເພື່ອສະໜອງຈັກກັ່ນນ້ຳໃຫ້ແກ່ເກາະ ອານບາງ ຂຶ້ນກັບໝູ່ເກາະເຈື່ອງຊາ.
ງານວາງສະແດງ “ເຈື່ອງຊາ ໃນຫົວໃຈຂອງພວກເຮົາ” ແມ່ນບ່ອນເຕົ້າໂຮມ ແລະ ສືບທອດນ້ຳໃຈຮັກແພງກັບ ເຈື່ອງຊາ ແລະ ຄວາມຫວັງຢາກແຜ່ຂະຫຍາຍຄວາມຮັກທະເລ, ໝູ່ເກາະເຖິງປະຊາຊົນຢູ່ພາຍໃນປະເທດ ແລະ ເພື່ອນມິດສາກົນ.

ຄວາມຮັກທະເລ, ໝູ່ເກາະໄດ້ເຕົ້າໂຮມໃນງານວາງສະແດງ “ເຈື່ອງຊາໃນຫົວໃຈຂອງພວກເຮົາ”

(VOVWORLD) -

ເນື່ອງໃນໂອກາດສະເຫຼີມສະຫຼອງ 54 ປີແຫ່ງໄຊຊະນະຄັ້ງທຳອິດຂອງທະຫານເຮືອ ປະຊາຊົນ ຫວຽດນາມ, ນັກຂ່າວ, ນັກຖ່າຍຮູບຂອງ ຫວຽດນາມ 12 ຄົນໄດ້ພ້ອມກັນຈັດຕັ້ງ, ແນະນຳເຖິງມະຫາຊົນຮູບຖ່າຍ 120 ແຜ່ນທີ່ມີຊີວິດຊີວາໃນບັນດາການປະຕິບັດງານຢູ່ໝູ່ເກາະ ເຈື່ອງຊາ.

Duc Anh