Media /
ໂດຍຖືເອົາຫົວເລື່ອງ “ ທ່ອງທ່ຽວຂຽວ ” ງານຕະຫຼາດນັດສາກົນທ່ອງທ່ຽວຫວຽດນາມປີ 2019 ຖືກດຳເນີນແຕ່ວັນທີ 27-30ມີນາຢູ່ຮ່າໂນ້ຍ, ອັນໄດ້ດຶງດູດບັນດາບໍລິສັດ, ກຸ່ມບໍລິສັດທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງລັດກ່ຽວກັບການທ່ອງທ່ຽວ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນຫງອກຖ້ຽນ ຜູ້ອຳນວຍການໃຫຍ່ VOV ຫງວຽນເຖກີ ພ້ອມກັບການນຳບັນດາອົງການສາກົນ, ຜູ້ຕາງໜ້າບັນດາອົງການທ່ອງທ່ຽວ ແລະ ອົງການສົ່ງເສີມການທ່ອງທ່ຽວຂອງຫຼາຍປະເທດໄດ້ເຂົ້າຮ່ວມ ແລະ ຕັດແຖບຜ້າເປີດສະຫຼອງ.
ງານຕະຫຼາດນັດສາກົນທ່ອງທ່ຽວຫວຽດນາມປີ 2019 ມີຂອບຂະໜາດໃຫຍ່ກ່ວາໝູ່ນັບແຕ່ກ່ອນເປັນຕົ້ນມາ, ອັນໄດ້ດຶງດູດ 720 ວິສາຫະກິດ, ອົງການສົ່ງເສີມການທ່ອງທ່ຽວທີ່ມາຈາກ 27 ປະເທດ ແລະ ເຂດແຄ້ວນ ແລະ 47 ແຂວງ ແລະ ນະຄອນຂອງຫວຽດນາມໄດ້ເຂົ້າຮ່ວມ.
ໃນຕອນເຊົ້າພາຍຫຼັງພິທີໄຂ, ງານຕະຫຼາດນັດໄດ້ດຶງດູດແຂກມາຢ້ຽມຊົມຢ່າງຫຼວງຫຼາຍ.
ນີ້ແມ່ນໂອກາດເພື່ອໃຫ້ບັນດາທ້ອງຖິ່ນຢູ່ພາຍໃນປະເທດໂຄສະນາຜະລິດຕະພັນວັດທະນະທຳ ແລະ ການທ່ອງທ່ຽວ ຂອງຕົນໃຫ້ແກ່ແຂກທ່ອງທ່ຽວ.
ມີບາງຮ້ານວາງສະແດງຍັງຈັດລາຍການສະແດງສິລະປະທີ່ເປັນເອກະລັກຂອງບັນດາເຜົ່າ.
ພ້ອມກັນນັ້ນ ແມ່ນບັນດາສິນພິເສດຂອງແຕ່ລະເຂດ, ພາກ
ຮ້ານວາງສະແດງບັນດາປະເພດສິນຄ້າພິເສດຄື: ນ້ຳເຜີ້ງ, ເຫັດປ່າ….ທີ່ງານຕະຫຼາດນັດ.
ສິນຄ້າ ບັນດາປະເພດເຄື່ອງສິລະປະຫັດຖະກຳທີ່ລະອຽດອ່ອນທີ່ງານຕະຫຼາດນັດ.
ຮ້ານສາງສະແດງຂອງຊ່ອງໂທລະພາບ Vietnam Journey ຂອງ VOV ທີ່ງານຕະຫຼາດນັດ.
ບັນດາລາຍການທ່ອງທ່ຽວດ້ວຍລາຄາຖືກ, ລາຍການສົ່ງເສີມການຄ້າ “ ປີ້ຍົນດ້ວຍລາຄາ 0 ດົງ ” ຂອງບໍລິສັດການບິນຕ່າງໆທີ່ໂຄສະນາທີ່ງານຕະຫຼາດນັດ.
ບັນດາບໍລິສັດທ່ອງທ່ຽວຕ່າງປະເທດເຂົ້າຮ່ວມງານຕະຫຼາດນັດ ກໍໄດ້ມີບັນດາລາຍການທີ່ດູດດື່ມສຳລັບແຂກທ່ອງທ່ຽວ.
ແຂກທ່ອງທ່ຽວຊອກຮູ້ກ່ຽວກັບລາຍການທ່ອງທ່ຽວ Maldives
ພ້ອມກັນນັ້ນ, ກໍຍັງມີບັນດາການເຄື່ອນໄຫວທີ່ດູດດື່ມ. ອົງການສົ່ງເສີມການທ່ອງທ່ຽວຍີປຸ່ນ ຈັດລາຍການ ລອງນຸ່ງຊຸດອາພອນ Yukata ຂອງຍີ່ປຸ່ນ.
ລາຍການສະແດງສິລະປະທີ່ເປັນເອກະລັກຂອງບັນດານັກສິລະປິນທີ່ມາຈາກມາເລເຊຍ.
ການເຄື່ອນໄຫວສະແດງສິລະປະຢູ່ຮ້ານວາງສະແດງໄຕ້ຫວັນ
ລາຍການສະແດງຊຸດເສື້ອຍາວຫວຽດນາມ.
ງານຕະຫຼາດນັດປີນີ້ ກໍໄດ້ຕ້ອນຮັບ 2 ປະເທດທີ່ມາຮ່ວມເປັນຄັ້ງທຳອິດຄື: ສປປເກົາຫຼີ ແລະ ເປຣູ.
ແລະ ກໍໃນພິທີໄຂເມື່ອຕອນເຊົ້າວັນທີ 27ມີນາ, ສະຫະສະມາຄົມທ່ອງທ່ຽວຫວຽດນາມ ແລະ ຊ່ອງໂທລະພາບ Vietnam Journey ຂອງ VOV ໄດ້ເຊັນຂໍ້ຕົກລົງຮ່ວມມື ເພື່ອແນໃສ່ເປີດທິດທາງຊຸກຍູ້ການທ່ອງທ່ຽວຫວຽດນາມ

ງານຕະຫຼາດນັດສາກົນທ່ອງທ່ຽວຫວຽດນາມປີ 2019 (VITM 2019) ໄດ້ດຶງດູດແຂກມາຢ້ຽມຊົມຢ່າງຫຼວງຫຼາຍ

(VOVWORLD) - ຕອນເຊົ້າວັນທີ 27 ມີນາ, ງານຕະຫຼາດນັດສາກົນທ່ອງທ່ຽວຫວຽດນາມປີ 2019 (VITM 2019) ໄດ້ ຖືກໄຂຂຶ້ນຢູ່ຮ່າໂນ້ຍ. ນີ້ແມ່ນເຫດການສາກົນທ່ອງທ່ຽວປະຈຳປີທີ່ມີຂອບຂະໜາດໃຫຍ່ແຖວໜ້າໃນພາກພື້ນ.