ງານວາງສະແດງ “ຜ້າເສດ” ສີສັນແຫ່ງມານະຈິດຊີວິດທີ່ເຂັ້ມແຂງ ວັນອາທິດ ທີ 7 ພຶດສະພາ ຄ.ສ. 2023 | 18:08:36 (VOVWORLD) - ພາບສີລະປະແຜ່ນຕ່າງໆ ລ້ວນແຕ່ຖືກຕັດຕໍ່ຈາກຜ້າເສດ ໂດຍສອງຝາມືອັນຄ່ອງແຄ້ວຂອງຄົນພິການ ເມື່ອບໍ່ດົນມານີ້ ຢູ່ຫໍພິພິທະພັນຮ່າໂນ້ຍ ໄດ້ຈັດງານວາງສະແດງຜ້າເສດ ສີສັນແຫ່ງມານະຈິດຊີວິດທີ່ເຂັ້ມແຂງ ແນະນຳພາບສິລະປະ 40 ແຜ່ນດ້ວຍຫົວຂໍ້ ພາບພື້ນເມືອງຫວຽດນາມ, ພາບເຄິ່ງຄີງວິລະບຸລຸດ, ທິວທັດທຳມະຊາດ… ສິ່ງທີ່ໜ້າປະຫຼາດໃຈ ແມ່ນພາບສິລະປະເຫຼົ່ານີ້ ຖືກເຮັດຈາກຜ້າເສດ ໂດຍສອງຝາມືອັນຄ້ອງແຄ້ວຂອງຄົນພິການ ຂອງສະຫະກອນ ວ້ານຝຸກຮ່າໂນ້ຍ ງານວາງສະແດງໂດຍຫໍພິພິທະພັນຮ່າໂນ້ຍ ສົມທົບກັບ ສະຫະກອນ ຫວູ້ນ Art ຈັດຕັ້ງຂຶ້ນແນໃສ່ມຸ່ງໄປສູ່ການເຄື່ອນໄຫວທີ່ແທດຈິງ ແຜ່ກະຈາຍຄຸນຄ່າອັນດີງາມກ່ຽວກັບມານະຈິດຊີວິດຜ່ານຜ່າຄວາມຫຍຸ້ງຍາກຂອງບັນດາຜູ້ດ້ວຍໂອກາດ. ອ້າຍເລວຽດເກືອງ ນັ່ງຢູ່ຊຸດເບື້ອງຂາວ - ປະທານສະມາຄົມ ຄົນພິການຮ່າດົງ ຜູ້ອຳນວຍການ ສະຫະກອນຫວູ້ນ Art ແບ່ງປັນວ່າ: ນີ້ແມ່ນງານວາງສະແດງຄັ້ງທຳອິດຂອງນາຍຊ່າງຫັດຖະກຳທີ່ເປັນຄົນພິການຂອງສະຫະກອນຫວູ້ນ A rt ພວກຂ້າພະເຈົ້າຫວັງວ່າ ທຸກຄົນ ບໍ່ພຽງແຕ່ຊື້ຜະລິດຕະພັນດ້ວຍຄວາມຮັກແພງເທົ່ານັ້ນ ແຕ່ຜ່ານງານວາງສະແດງ ກໍ່ ເຫັນໄດ້ເຖິງການປະດິດຄິດສ້າງຂອງຄົນພິການ ພາບສິລະປະເຮັດຈາກຜ້າເສດ ຊຶ່ງຄິດວ່າຖືກປະຖິ້ມໄປ ນາຍຊ່າງຫັດຖະກຳຂອງ ສະຫະກອນ ຫວູ້ນ Art ໄດ້ນຳໃຊ້ຜ້າເສດເພື່ອເຮັດພາບສິລະປະ ຢ່າງລະອຽດອ່ອນ ພາບສິລະປະປະທານໂຮ່ຈີມິນ ພາບສິລະປະ: ງານດອງຂອງໜູ ນອກຈາກພາບຕັດຕໍ່ດ້ວຍຜ້າເສດ ສິລະປະແລ້ວ ສະຫະກອນ ຫວູ້ນ Art ຍັງເຮັດພາບພື້ນເມືອງ ໃສ່ຜະລິດຕະພັນຕ່າງໆຄື: ຜ້າອັດປາກດັງ, ຖົງພາຍ,ເສື້ອ… ມາຊົມງານວາງສະແດງແຂກທັງຫຼາຍຈະມີໂອກາດຊອກຮູ້ກ່ຽວກັບພາບສິລະປະຕັດຕໍຈາກຜ້າເສດ. ອ້າຍເລວຽດເກືອງ ແນະນຳໃຫ້ນ້ອງນ້ອຍຄົນໜຶ່ງຕັດຕໍ່ສິລະປະດ້ວຍຜ້າເສດ ນ້ອງຮ່ວາງອຽນຈາງ ນັກຮຽນຫ້ອງປ3 ມີຄວາມພາກພູມໃຈ ອວດພາບສິລະປະຂອງຕົນ ພາຍຫຼັງຕັດຕໍພາບສິລະປະດ້ວຍຜ້າເສດ ງານວາງສະແດງຜ້າເສດ ແກ່ຍາວຮອດເດືອນ ຕຸລາປີ 2023 ຢູ່ຊັ້ນໜຶ່ງ ຫໍພິພິທະພັນຮ່າໂນ້ຍ ຢູ່ຖະໜົນ ຟ້າມຮຸ່ງ ເມືອງນາມຕື່ລຽມຮ່າໂນ້ຍ. ຂໍເຊີນບັນດາທ່ານຕິດຕາມຮັບຊົມບາງພາບສິລະປະທີ່ງານວາງສະແດງ ພາບເຄີ່ງຄິງ ນັກດົນຕີ ຈິ່ງກົງເຊີນ. Tag VOV VOVworld ຕອບກັບ ສົ່ງ ຂ່າວ/ບົດອື່ນ ໄກ່ອ່ອມໝໍ້ດິນ ເຍື່ອງອາຫານທີ່ຫອມແຊບຂອງເຂດ ໄຕບັກ ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ ໂສມໜ້າໃໝ່ຂອງ ນະຄອນ ດ້ຽນບຽນຝູ ພາຍຫຼັງ 70 ປີແຫ່ງການປົດປ່ອຍ ເຊີນດ່ອງຖືກຈັດເຂົ້າໃນTop 10 ຖ້ຳງາມທີ່ສຸດໃນໂລກ
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການສ້າງເງື່ອນໄຂໃຫ້ແກ່ການເລີ່ມຕົ້ນທຸລະກິດ
ແບບຢ່າງຊາວໜຸ່ມດີເດັ່ນໃນການກໍ່ສ້າງຮູບແບບກະສິກຳ ເພື່ອປັບໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ