ນ້ຳກາງແມ່ນໜຶ່ງໃນບັນດາສະຖານທີ່ຍັງຮົກເຮື້ອຢູ່ຊາປາ, ແຂວງລາວກາຍ

(VOVWORLD) -ນ້ຳກາງ ກໍ່ແມ່ນບໍ່ນ້ຳຂອງຫ້ວຍ ສາມລຳຄືນ້ຳກາງ, ນ້ຳປ່າ ແລະ ນ້ຳທາງ ເຊິ່ງເຄີຍສະໜອງນ້ຳສະອາດຮັບໃຊ້ ຊີວິດປະຈຳວັນໃຫ້ແກ່ປະຊາຊົນ ພ້ອມທັງແມ່ນແຫຼ່ງນ້ຳຮັບໃຊ້ການຫົດຢູ່ບັນດາທົງໄຮ່ທົງນາ ທີ່ຂຽວສົດຕະຫຼອດປີ.

ນ້ຳກາງແມ່ນໜຶ່ງໃນບັນດາສະຖານທີ່ຍັງຮົກເຮື້ອຢູ່ຊາປາ, ແຂວງລາວກາຍ  - ảnh 1
ພາບ: petrotimes.vn
ນ້ຳກາງແມ່ນໜຶ່ງໃນບັນດາສະຖານທີ່ຍັງຮົກເຮື້ອຢູ່ຊາປາ, ແຂວງລາວກາຍ  - ảnh 2
ພາບ: vnexpress
ນ້ຳກາງກໍ່ແມ່ນຮອມພູຂຽວງາມຖືກອ້ອມຮອບດ້ວຍພູຜາປ່າໄມ້ ດັ່ງນັ້ນກໍ່ມີສ່ວນຖືກແຍກຕ່າງຫາກກັບເຂດອື່ນ. ຍ້ອນເຫດນີ້ເອງ ທັດສະນີສະພາບຢູ່ແຫ່ງນີ້ກໍ່ມີຄວາມສະຫງົບງຽບຫຼາຍກ່ວາແຫ່ງໃດໝົດ
ນ້ຳກາງແມ່ນໜຶ່ງໃນບັນດາສະຖານທີ່ຍັງຮົກເຮື້ອຢູ່ຊາປາ, ແຂວງລາວກາຍ  - ảnh 3
ພາບ: vnexpress
ວິທີດີທີ່ສຸດເພື່ອຄົ້ນຫານ້ຳກາງແມ່ນຍ່າງ
ນ້ຳກາງແມ່ນໜຶ່ງໃນບັນດາສະຖານທີ່ຍັງຮົກເຮື້ອຢູ່ຊາປາ, ແຂວງລາວກາຍ  - ảnh 4
ພາບ: petrotimes.vn

ເດີນຕາມບັນດາເສັ້ນທາງໃນປ່າ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບທຳມະຊາດ, ໄດ້ຟັງສຽງຫ້ວຍນ້ຳໄຫຼ, ສຽງນົກຮ້ອງ ດັ່ງກ້ອງກັງວານຈາກໄກ

ນ້ຳກາງແມ່ນໜຶ່ງໃນບັນດາສະຖານທີ່ຍັງຮົກເຮື້ອຢູ່ຊາປາ, ແຂວງລາວກາຍ  - ảnh 5
ພາບ: ຫງວຽນຮ່ວາ

ຄວາມປະທັບໃຈທຳອິດເມື່ອແຂກທ່ອງທ່ຽວໄປຮອດເຂດດິນທີ່ຮົກເຮື້ອນີ້ກໍ່ແມ່ນເນື້ອທີ່ນາຂັ້ນໄດນອນລຽບຕາມຮອມພູຕິດແໜ້ນກັບເນີນພູ

ນ້ຳກາງແມ່ນໜຶ່ງໃນບັນດາສະຖານທີ່ຍັງຮົກເຮື້ອຢູ່ຊາປາ, ແຂວງລາວກາຍ  - ảnh 6
ພາບ: vnexpress

ໃນຍາມເຂົ້າສຸກເຫຼືອງເມື່ອເດືອນສິງຫາ ແລະ ເດືອນກັນຍາ ແຂກທ່ອງທ່ຽວຍິ່ງມີຄວາມປະທັບໃຈ ຍ້ອນຄວາມງາມຂອງນ້ຳກາງ

ນ້ຳກາງແມ່ນໜຶ່ງໃນບັນດາສະຖານທີ່ຍັງຮົກເຮື້ອຢູ່ຊາປາ, ແຂວງລາວກາຍ  - ảnh 7
ພາບ: ຫງວຽນຮ່ວາ
ບັນດາເນື້ອທີ່ນາຂັ້ນໄດ ສຸກເຫຼືອງ ອາ,ຮາມໃນທ່າມກາງທິວທັດທຳມະຊາດທີ່ກ້ວາງໃຫຍ່ໃຜ່ສານ ຈົນສຸດສາຍຕາ.
ນ້ຳກາງແມ່ນໜຶ່ງໃນບັນດາສະຖານທີ່ຍັງຮົກເຮື້ອຢູ່ຊາປາ, ແຂວງລາວກາຍ  - ảnh 8
ພາບ: ຫງວຽນຮ່ວາ

ເມື່ອຍ່າງຕາມເສັ້ນທາງດິນນ້ອຍໆແຄມທົ່ງນາຂັ້ນໄດສຸກເຫຼືອງອາຮາມ, ຜູ້ຄົນທັງຫຼາຍຈະເຫັນເຮືອນຫຼັງຕ່າງໆ ຂອງຊາວເຜົ່າຢ້າວ ແລະ ເຜົ່າມົ້ງຖືກຕັ້ງຢູ່ຕາມເນີນພູທີ່ລຽບງ່າຍເຊິ່ງໄດ້ມີມາເກືອບຮ້ອຍປີນີ້.

ນ້ຳກາງແມ່ນໜຶ່ງໃນບັນດາສະຖານທີ່ຍັງຮົກເຮື້ອຢູ່ຊາປາ, ແຂວງລາວກາຍ  - ảnh 9
ພາບ: ຫງວຽນຮ່ວາ

ຖ້າຫາກມຸ່ງສາຍຕາໄປທາງໄກ, ບັນດາເຮືອນຕູບເຮັດດ້ວຍໄມ້ຂອງພໍ່ແມ່ພີ່ນ້ອງເຜົ່າຢາວແດງ ກໍ່ປຽມເໝືອນໝາຍຈ້ຳປະດັບປະດາໃສ່ຮູບພາບທຳມະຊາດທີ່ກ້ວາງໃຫຍ່ໄພສານ. ນີ້ແມ່ນບ່ອນທີ່ ຊາວກະສິກອນເຄີຍເຝົ້າຍາມເນື້ອທີ່ນາ ແລະ ເປັນບ່ອນ ເກັບມ້ຽນເຄື່ອງມືກະສິກຳ.

ນ້ຳກາງແມ່ນໜຶ່ງໃນບັນດາສະຖານທີ່ຍັງຮົກເຮື້ອຢູ່ຊາປາ, ແຂວງລາວກາຍ  - ảnh 10
ພາບ: ຫງວຽນຮ່ວາ
 ມາຮອດນ້ຳກາງ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບຊີວິດປະຈຳວັນຂອງຊາວທ້ອງຖິ່ນຢູ່ແຫ່ງນີ້. ນັ້ນແມ່ນຮູບພາບເພດຊາຍປະກອບອາຊີບແກະຄວັດສະຫຼັກເງິນ, ເຮັດໄຮ່, ເດັກນ້ອຍລະຫຼິ້ນຢູ່ຕາມຫ້ວຍຕ່າງໆ.
ນ້ຳກາງແມ່ນໜຶ່ງໃນບັນດາສະຖານທີ່ຍັງຮົກເຮື້ອຢູ່ຊາປາ, ແຂວງລາວກາຍ  - ảnh 11
ພາບ: petrotimes.vn
ນ້ຳກາງແມ່ນໜຶ່ງໃນບັນດາສະຖານທີ່ຍັງຮົກເຮື້ອຢູ່ຊາປາ, ແຂວງລາວກາຍ  - ảnh 12
ພາບ: ຫງວຽນຮ່ວາ


ຕອບກັບ

ຂ່າວ/ບົດ​ອື່ນ