ບັນຍາກາດທີ່ເຕັມໄປດ້ວຍສີສັນວັດທະນະທຳໃນງານຕະຫຼາດນັດລະດູໃບໄມ້ຫຼົ່ນປີ 2025
(VOVWORLD) - ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ບໍ່ພຽງແຕ່ແມ່ນແຫຼ່ງບັນດານໃຈໃຫ້ແກ່ນັກປະພັນວັນນະຄະດີເທົ່ານັ້ນ ຫາກຍັງແມ່ນຈຸດນັດພົບແຫ່ງວັດທະນະທຳທີ່ເຕັມໄປດ້ວຍພະລັງຊີວິດ. ງານຕະຫຼາດນັດລະດູໃບໄມ້ຫຼົ່ນປີ 2025 ໄດ້ດຳເນີນຢູ່ສູນວາງສະແດງແຫ່ງຊາດ ຫວຽດນາມ (ດົງແອັງ - ຮ່າໂນ້ຍ), ນຳມາເຊິ່ງພາບທີ່ມີຊີວິດຊີວາກ່ຽວກັບການແລກປ່ຽນວັດທະນະທຳລະຫວ່າງບັນດາເຂດພາກຂອງ ຫວຽດນາມ.
 |
| ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 – 2025 ພວມດໍາເນີນຢູ່ສູນວາງສະແດງ ຫວຽດນາມ (ດົງແອັງ - ຮ່າໂນ້ຍ) ແມ່ນເຫດການການຄ້າ - ວັດທະນະທຳໃຫຍ່ທີ່ສຸດໃນປີ, ເຕົ້າໂຮມ 34 ແຂວງ, ນະຄອນ ພ້ອມດ້ວຍວິສາຫະກິດກວ່າ 2.500 ແຫ່ງທັງຢູ່ພາຍໃນ ແລະ ຕ່າງປະເທດ. ດ້ວຍຂອບຂະໜາດກວ່າ 130.000 ຕາແມັດ, ງານຕະຫຼາດນັດໄດ້ຮັບຂະໜານນາມວ່າ “ມະຫາຕະຫຼາດນັດແຫ່ງຊາດ”, ບ່ອນໂຄສະນາສິ່ງຍອດຍິ່ງຂອງຜະລິດຕະພັນ, ວັດທະນະທຳຂອງບັນດາເຂດພາກໃນທົ່ວປະເທດ. ພາບ: VTC News |
 |
| ຢູ່ສູນວາງສະແດງ, ເຂດ “ສິ່ງຍອດຍິ່ງຂອງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ” ໄດ້ວາດພາບຄືນຄວາມງາມແບບລຽບງ່າຍ, ຄຶກຂຶມຂອງນະຄອນຫຼວງ. ທາງເຂົ້າເຂດວາງສະແດງໄດ້ຮັບການຈັດປະດັບຕາມແບບຂອງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ. ພາບ: VTC News |
 |
| ແຂກທ່ອງທ່ຽວໄດ້ສຳຜັດຕົວຈິງກັບເຂດວັດທະນະທຳສິລະປະ. ຢູ່ທີ່ນີ້, ແຂກທ່ອງທ່ຽວສາມາດຈັບບາຍວັດຖຸພັນ, ລອງຫຼີ້ນເຄື່ອງດົນຕີພື້ນເມືອງ, ລອງນຸ່ງຊຸດອາພອນ.... ພາບ: VTC News |
 |
| ນີ້ແມ່ນໜຶ່ງໃນບັນດາເຂດວາງສະແດງທີ່ໄດ້ຮັບການກະກຽມຢ່າງພິຖີພິຖັນທີ່ສຸດ, ດ້ວຍການເຕົ້າໂຮມເອົາຜະລິດຕະພັນດີເດັ່ນ 300 ກວ່າຢ່າງຂອງນະຄອນຫຼວງ. ພາບ: VTC News |
 |
| ສຽງຄ້ອນຕີ, ສຽງມີດ, ສຽງມີດຕັດຂອງບັນດານັກສິລະປະການດັງຂຶ້ນພ້ອມກັບສຽງເພງຂອງເທດສະການ, ເຮັດໃຫ້ບັນຍາກາດຢູ່ງານຕະຫຼາດເໝືອດັ່ງ “ຖະໜົນອາຊີບພື້ນເມືອງ” ທີ່ມີຊີວິດຊີວາໃນທ່າມກາງງານການຄ້າໃຫຍ່ທີ່ສຸດໃນປີ. ພາບ: VTC News |
 |
| ທ່າມກາງຮ້ານວາງສະແດງສິນຄ້າທີ່ທັນສະໄໝນັບພັນຮ້ານ, ເຂດວາງສະແດງຂອງບັນດາແຂວງພູສູງທາງທິດເໜືອຄື ເຊີນລາ, ກາວບັງ, ລາຍເຈົາ ຫຼື ລາວກາຍ ກໍດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ພາບ: VTC News |
 |
| ພາບ: VTC News |
 |
| ບໍ່ພຽງແຕ່ນຳເອົາບັນດາຜະລິດຕະພັນທີ່ເປັນເອກະລັກພິເສດມາເທົ່ານັ້ນ, ບັນດາທ້ອງຖິ່ນຍັງວາດພາບຄືນເຂດວັດທະນະທຳທີ່ເປັນເອກະລັກສະເພາະ, ເຮັດໃຫ້ຜູ້ຊົມມີການສຳຜັດຕົວຈິງຢ່າງມີຊີວິດຊີວາ. |
 |
| ພາບ: VTC News |
 |
| ຮ້ານວາງສະແດງສິນຄ້າແຂວງ ເຊີນລາ ພາບ: VTC News |
 |
| ຮ້ານວາງສະແດງສິນຄ້າແຂວງ ກາວບັງ ພາບ: VTC News |
 |
| ຄາດວ່າ ງານຕະຫຼາດນັດຈະເປີດຕ້ອນຮັບແຂກເຂົ້າຢ້ຽມຊົມຮອດວັນທີ 4 ພະຈິກ ຈຶ່ງຈະອັດລົງ. |