ບັນດາຂີດໝາຍສຳຄັນລະຫວ່າງຫວຽດນາມ - ອາຊຽນ

(VOVWORLD) -ວັນທີ 08 ສິງຫາ 1967, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຮັບການສ້າງຕັ້ງ. ຫຼັງຈາກນັ້ນ, ໃນໄລຍະເກືອບ 30 ປີ, ວັນທີ 28 ກໍລະກົດ 1995, ຫວຽດນາມ ເຂົ້າເປັນສະມາຊິກຂອງອາຊຽນ ຢ່າງເປັນທາງການ, ສ້າງຂີດໝາຍສຳຄັນໃນວິວັດທະນາການເຊື່ອມໂຍງຂອງຫວຽດນາມ ແລະ ການພັດທະນາຂອງກຸ່ມ.
ບັນດາຂີດໝາຍສຳຄັນລະຫວ່າງຫວຽດນາມ - ອາຊຽນ - ảnh 1
ສະມາຊິກ ບຣຸໄນ ກະກຽມຊັກທຸງຫວຽດນາມ ໃນພິທີຮັບສະມາຊິກໃນວັນທີ 28 ກໍລະກົດ 1995. ພ້ອມກັບບຣຸໄນ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ໄທ, ຫວຽດນາມ ໄດ້ເຂົ້າເປັນສະມາຊິກຂອງກຸ່ມຢ່າງເປັນທາງການ. ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ, ໄດ້ສ້າງຂີດໝາຍສຳຄັນ, ຢຸດຕິສະໄໝຂາດຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດໃນພາກພື້ນ. (ພາບ: TTXVN)
ບັນດາຂີດໝາຍສຳຄັນລະຫວ່າງຫວຽດນາມ - ອາຊຽນ - ảnh 2
ທ່ານອະດີດນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນແມ້ງເກິ່ມ (ຜູ້ທີ 2 ໄລ່ແຕ່ເບື້ອງຂວາ) ພ້້ອມກັບບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໃນພິທີຮັບຫວຽດນາມ ເປັນສະມາຊິກອາຊຽນ ຢູ່ບຣຸໄນ ປີ 1995. (ພາບ: Chinhphu.vn)
ບັນດາຂີດໝາຍສຳຄັນລະຫວ່າງຫວຽດນາມ - ອາຊຽນ - ảnh 3
ໃນວັນທີ 14 ແລະ 15 ທັນວາ 1995, ທ່ານນາຍົກລັດຖະມົນຕີ ວໍວັນກຽດ, ພ້ອມກັບການນຳ 6 ປະເທດສະມາຊິກອື່ນຂອງອາຊຽນ ເຂົ້າຮ່ວມກອງປະຊຸມຂັ້ນສູງຄັ້ງທີ 5 ຂອງກຸ່ມ, ເຊິ່ງດຳເນີນຢູ່ບາງກອກ, ປະເທດໄທ. (ພາບ: Chinhphu.vn)
ບັນດາຂີດໝາຍສຳຄັນລະຫວ່າງຫວຽດນາມ - ອາຊຽນ - ảnh 4
ເດືອນທັນວາ 1998, ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມອາຊຽນ ຄັ້ງທີ 6 ສຳເລັດຜົນ. ນີ້ແມ່ນຄັ້ງທຳອິດທີ່ຫຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມຂອງສະມາຄົມ ນັບແຕ່ເມື່ອເຂົ້າເປັນສະມາຊິກ. ຄາວນັ້ນ, ອາຊຽນ ໄດ້ມີສະມາຊິກ 9 ປະເທດ (ລາວ ແລະ ມຽນມາ ໄດ້ເຂົ້າເປັນສະມາຊິກຕື່ມອີກ). ບັນດາການນຳໄດ້ເຫັນດີຮັບຮອງເອົາໂຄງການກະທຳຮ່າໂນ້ຍ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ຍູ້ແຮງການຮ່ວມມື, ຟື້ນຟູພາບພົດບອາຊຽນ ແລະ ກຳນົດທິດການພັດທະນາ. (ພາບ: Chinhphu.vn)
ບັນດາຂີດໝາຍສຳຄັນລະຫວ່າງຫວຽດນາມ - ອາຊຽນ - ảnh 5
ພາຍຫຼັງໄລຍະ 12 ປີ, ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 16 ແລະ 17 ຢູ່ນະຄອນຫຼວງຮ່າໂນ້ຍ. ນີ້ເປັນປີທຳອິດທີ່ຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ ແລະ ສະເຫຼີມສະຫຼອງ 15 ປີແຫ່ງວັນເຂົ້າເປັນສະມາຊິກ. ເມື່ອເຂົ້າເປັນສະມາຊິກອາຊຽນ, ຫວຽດນາມ ໄດ້ມີການປະກອບສ່ວນສຳຄັນລະອຽດຫຼາຍຢ່າງໃນ 4 ຂົງເຂດຮ່ວມມືຕົ້ນຕໍຂອງອາຊຽນ ກ່ຽວກັບດ້ານການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ ແລະ ການພົວພັນຕ່າງປະເທດ. (ພາບ: TTXVN)
ບັນດາຂີດໝາຍສຳຄັນລະຫວ່າງຫວຽດນາມ - ອາຊຽນ - ảnh 6
ວັນທີ 09 ມັງກອນ 2013, ທ່ານເລເລືອງມິງ, ໄດ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ອາຊຽນ ຢູ່ສຳນັກງານຄະນະເລຂາອາຊຽນ, ອາຍຸການ 2013 – 2017 ຢ່າງເປັນທາງການ, ຕາມຂໍ້ສະເໜີຂອງຫວຽດນາມ ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 21 ເຊິ່ງດຳເນີນຢູ່ກຳປູເຈຍ ເມື່ອເດືອນ ພະຈິກ 2012. (ພາບ: THX/TTXVN)
ບັນດາຂີດໝາຍສຳຄັນລະຫວ່າງຫວຽດນາມ - ອາຊຽນ - ảnh 7
ປີ 2015 ເປັນຂີດໝາຍ 20 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ. ນີ້ກໍ່ແມ່ນໂອກາດເພື່ອຫວນຄືນບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງຫວຽດນາມ ເຂົ້າໃນການພັດທະນາຂອງກຸ່ມ ກໍຄືຍົກສູງບົດບາດຂອງອາຊຽນ ໃນການແກ້ໄຂບັນດາບັນຫາພາກພື້ນ, ພິເສດແມ່ນບັນຫາທະເລຕາເວັນອອກ. (ພາບ: Chinhphu.vn).
ບັນດາຂີດໝາຍສຳຄັນລະຫວ່າງຫວຽດນາມ - ອາຊຽນ - ảnh 8
ປີ 2016, ຈຳນວນປະເທດ ແລະ ອົງການຈັດຕັ້ງນອກອາຊຽນ ເຂົ້າຮ່ວມສົນທິສັນຍາໃກ້ຊິດສະໜິດສະໜົມ ແລະ ຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC). ນີ້ແມ່ນປະຖົມປັດໃຈທີ່ດີເພື່ອພັດທະນາການຮ່ວມມື ແລະ ທ່ອງທ່ຽວໃຫ້ແກ່ຫວຽດນາມ.
ບັນດາຂີດໝາຍສຳຄັນລະຫວ່າງຫວຽດນາມ - ອາຊຽນ - ảnh 9
ກ່ຽວກັບດ້ານການຄ້າສິນຄ້າ, ຕາມຄຳໝັ້ນສັນຍາຂອງສັນຍາການຄ້າສິນຄ້າອາຊຽນ (ATIGA), ບັນດາປະເທດອາຊຽນ ໄດ້ກ້າວເຂົ້າໃກ້ກັບເປົ້າໝາຍລົບລ້າງຮົ້ວກີດຂວາງດ້ານພາສີສຳລັບບັນດາປະເທດອາຊຽນ - 6 ( 5 ປະເທດສ້າງຕັ້ງ ແລະ ບຣຸໄນ), ມີກະແສພາສີຈຳນວນ 99,2% ຖືກລົບລ້າງ, ໃນຂະນະທີ່ 90,9% ຈຳນວນກະແສພາສີຂອງບັນດາປະເທດສະມາຊິກເຂົ້າຮ່ວມຕາມຫຼັງແມ່ນ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (ຫຼື ເອີ້ນຫຍໍ້ວ່າ CMLV) ໄດ້ລົບລ້າງ ໄລ່ຮອດປີ 2017.
ບັນດາຂີດໝາຍສຳຄັນລະຫວ່າງຫວຽດນາມ - ອາຊຽນ - ảnh 10
ທ່ານເລຂາທິການໃຫຍ່ ຫວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານ Klaus Schwab ປະທານຕໍ່ຕັ້ງ WEF ແລະ ບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍຮູບລວມທີ່ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ (WEF - ASEAN) 2018. ດ້ວຍບົດບາດເປັນປະເທດເຈົ້າພາບຈັດຕັ້ງ, ຫວຽດນາມ ໄດ້ສ້າງການເຊື່ອມຕໍ່ດ້ານແນວຄິດ, ກ່ຽວກັບການປ່ຽນແປງໃໝ່ ແລະ ນັບທັງການປະດິດຄິດສ້າງລະຫວ່າງອາຊຽນ ແລະ ເວທີປາໄສເສດຖະກິດໂລກ (ພາບ: TTXVN)

ຕອບກັບ

ຂ່າວ/ບົດ​ອື່ນ