ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ

(VOVWORLD) -ດ້ວຍຄວາມເປັນມິດ ແລະ ຄວາມງາມແບບປະຖົມປະຖານ, ຫວຽດນາມ ໄດ້ສ້າງຄວາມດຶງດູດໃຈສຳລັບນັກທ່ອງທ່ຽວຕ່າງປະເທດຫຼາຍຄົນ ເມື່ອມາທ່ອງທ່ຽວປະເທດຫວຽດນາມ.
ນັບແຕ່ເມື່ອໂລກລະບາດແຜ່ລະບາດອອກສູ່ທົ່ວໂລກນັ້ນ, ວົງການນັກຂ່າວຕ່າງປະເທດກໍ່ໄດ້ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ທີ່ມີຄວາມປອດໄພພາຍຫຼັງໂລກລະບາດໂຄວິດ-19 ຍ້ອນບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນຂອງລັດຖະບານ. ເນື່ອງໃນໂອກາດສະເຫຼີມສະຫຼອງຂະແໜງທ່ອງທ່ຽວຫວຽດນາມ (09 ກໍລະກົດ 1960 – 09 ກໍລະກົດ 2021), ພວກເຮົາຈົ່ງທົບທວນຄືນ top 10 ສະຖານທີ່ທີ່ມີຊື່ສຽງຢູ່ຫວຽດນາມ ເຊິ່ງນັກທ່ອງທ່ຽວຕ່າງປະເທດຢາກມາທ່ຽວຢ່າງໜ້ອຍສຸດເທື່ອໜຶ່ງ.
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 1
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 2
ອ່າວ ຮະລອງ (ພາບ: halongbay.com.vn - vov5)
ອ່າວຮະລອງ ໄດ້ຮັບການຮັບຮອງເອົາຈາກ UNESCO ວ່າແມ່ນມໍລະດົກທຳມະຊາດໂລກ ແລະ ແມ່ນໜຶ່ງໃນບັນດາເຂດອ່າວທະເລສວຍງາມທີ່ສຸດໃນໂລກ.
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 3
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 4
ຊາປາ ຊາປາ (ພາບ: ngoisao.net - kinhtedothi.vn)
ບໍ່ພຽງແຕ່ດຶງດູກນັກທ່ອງທ່ຽວຍ້ອນທິວທັດທຳມະຊາດທີ່ສວຍສົດງົດງາມ, ມະຫັດສະຈັນເທົ່ານັ້ນ, ຫາກຍັງແມ່ນ ຊາປາ ມີຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນປະຈຳຖິ່ນອີກດ້ວຍ.
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 5
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 6
ຮ່າໂນ້ຍ (ພາບ: qdnd.vn - afamily.vn)
ສຽງລົດຈັກ, ປະຊາຊົນ, ປະຫວັດສາດ, ອາຫານການກິນ… ໄດ້ສ້າງ ຮ່າໂນ້ຍ ເປັນແຫ່ງດຶງດູດໃຈສຳລັບບັນດານັກທ່ອງທ່ຽວ.
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 7
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 8
ນິງບິ່ງ (ພາບ: Vietsensetravel.com - sodulich.hanoi.gov.vn)
ນິງບິ່ງ ແມ່ນສະຖານທີ່ທ່ອງທ່ຽວທີ່ດຶງດູກນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ, ຢູ່ແຫ່ງນີ້ໄດ້ເຕົ້າໂຮມມໍລະດົກທຳມະຊາດ ແລະ ວັດທະນະທຳຢ່າງຄົບຖ້ວນຄື: ເຂດທ່ອງທ່ຽວຊີວະພາບ ຈ່າງອານ, ຕາມກົກ - ບິກດົ້ງ, ປ່າສະຫງວນແຫ່ງຊາດ ກຸກເຟືອງ… ນິງບິ່ງ ໄດ້ຮັບຖືວ່າຄືດັ່ງ ອ່າວຮະລອງ ທາງບົກຂອງຫວຽດນາມ.
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 9
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 10
ຖ້ຳ ເຊີນດ່ອງ (ກວາງບິ່ງ) (ພາບ: oxalisadventure.com)
ຖ້ຳ ເຊີນດ່ອງ ໄດ້ພົບເຫັນເມື່ອປີ 2009, ນອນຢູ່ເຂດປ່າສະຫງວນແຫ່ງຊາດ ຟອງຍາແກບາງ, ຂຶ້ນກັບແຂວງ ກວາງບິ່ງ. ປະຈຸບັນ ຖ້້ຳ ເຊີນດ່ອງ ແມ່ນຖ້ຳໃຫຍ່ທີ່ສຸດໃນໂລກ, ດ້ວຍເນື້ອທີ່ກວ້າງໃຫຍ່ ແລະ ມີສັດພືດພັນນາໆຊະນິດ.
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 11
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 12
ເຫ້ວ (ພາບ: zingnews.vn)
ເຫ້ວ ແມ່ນໜຶ່ງໃນບັນດານະຄອນທີ່ເຂັນຂຸ້ນໄປດ້ວຍຂີດໝາຍປະຫວັດສາດຂອງຫວຽດນາມ, ດ້ວຍບັນດາມໍລະດົກແຕ່ສະໄໝເຈົ້າຊີວິດ ຫງວຽນ ສະຕະວັດທີ 19. ເຂດມໍລະກົດປູຊະນີຍະສະຖານກຸງເກົ່າ ເຫ້ວ ໄດ້ຮັບການຮັບຮອງເອົາຈາກ UNESCO ວ່າແມ່ນມໍລະດົກຂອງມວນມະນຸດ.
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 13
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 14
ດ່ານັ້ງ (ພາບ: danangaz.com - danangfantasticity.com)
ດ່ານັ້ງ ແມ່ນນະຄອນຂະຫຍັນຂັນເຄື່ອນຂອງຫວຽດນາມ, ດ້ວຍບັນດາສະຖານທີ່ທ່ອງທ່ຽງທີ່ດູດດື່ມຄື: ຫາດຊາຍທະເລ ມີ້ເຄ - ເຊິ່ງແມ່ນໜຶ່ງໃນຈຳນວນຫາດຊາຍທະເລ 6 ແຫ່ງງາມທີ່ສຸດໃນໂລກ (ໂດຍວາລະສານ Forbes ຄັດເລືອກ), ເຂດທ່ອງທ່ຽວ Ba Na Hills ດ້ວຍການເຄື່ອນໄຫວລະຫຼີ້ນຫຼາຍຢ່າງ, ເຂດແຫຼມເກາະ ເຊີນຈ່າ, ງູ໊ແຮ່ງເຊີນ, ແມ່ນ້ຳ ຮ່ານ, ຂົວ ຣົ່ງ…
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 15
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 16
ໂຮ້ຍອານ (ພາບ: VnExpress - austinvietmartyrs.org)
ໂນ້ຍອານ ໄດ້ຮັບການຮັບຮອງເອົາຈາກ UNESCO ວ່າແມ່ນມໍລະດົກວັດທະນະທຳໂລກປີ 1999. ຢູ່ແຫ່ງນີ້ໄດ້ຮັບການຄັດເລືອກແມ່ນໜຶ່ງໃນຈຳນວນ 10 ນະຄອນທ່ອງທ່ຽວດຶງດູດທີ່ສຸດຢູ່ອາຊີ (ໂດຍວາລະສານ Smart Travel Asia ຄັດເລືອກ).
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 17
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 18
ນະຄອນ ໂຮ່ຈີມິນ (ພາບ: vov - Vietnamnet.vn)
ນະຄອນ ໂຮ່ຈີມິນ ແມ່ນໜຶ່ງໃນຈຳນວນ 2 ສູນເສດຖະກິດ-ວັດທະນະທຳໃຫຍ່ທີ່ສຸດຂອງຫວຽດນາມ. ແຫ່ງນີ້ແມ່ນໜຶ່ງໃນບັນດາສະຖານທີ່ດຶງດູກນັກທ່ອງທ່ຽວຕ່າງປະເທດຫຼາຍທີ່ສຸດໃນປະຈຸບັນ ດ້ວຍບັນດາເຂດຢ້ຽມຊົມຄື: ໂບດ ດຶກບ່າ, ໄປສະນີນະຄອນ, ຕະຫຼາດ ເບັນແທ່ງ… ແລະ ພື້ນຖານວັດທະນະທຳທາງດ້ານອາຫານການກິນທີ່ອຸດົມສົມບູນ.
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 19
ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູກນັກທ່ອງທ່ຽວຕ່າງປະເທດ - ảnh 20
ຟູກວກ (ພາບ: Báo Tổ quốc - titangroup.vn)
ຟູກວັກ ແມ່ນເກາະໃຫຍ່ທີ່ສຸດຢູ່ຫວຽດນາມ. ໄດ້ຮັບຖືວ່າແມ່ນເກາະ “ແກ້ວມະນີ” ທີ່ສວຍງາມ, ຟູກວັກ ແມ່ນແດນສະຫວັນຂອງການທ່ອງທ່ຽວທະເລທີ່ດຶງດູດສຳລັບຊາວຕ່າງປະເທດ. ພົ້ນເດັ່ນແມ່ນຫາດຊາຍທະເລ ບາຍຢ່າຍ, ເຊິ່ງນອນໃນບັນຊີລາຍຊື່ຈຳນວນຫາດຊາຍທະເລ 5 ແຫ່ງທີ່ສະອາດ, ສວຍງາມໃນໂລກ, ໂດຍ ABC New ຄັດເລືອກ.

ຕອບກັບ

ຂ່າວ/ບົດ​ອື່ນ