ບັນດາຮູບພາບທີ່ປະທັບໃຈກ່ຽວກັບອະດີດປະທານປະເທດ ເລດຶກແອັງ

(VOVWORLD) - ອະດີດປະເທດປະເທດ ຫວຽດນາມ ເລດຶກແອັງ ມີບັນດາລັດຖະນະໂນບາຍທີ່ສຳຄັນ ໃນວຽກງານພົວພັນຢູ່ພາຍໃນກໍ່ຄືຢູ່ຕ່າງປະເທດ, ປະກອບສ່ວນ ນຳປະເທດຊາດຫຼຸດພົ້ນອອກຈາກວິກິດການ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ໄດ້ຮັບການຮັກສາຢ່າງໝັ້ນຄົງ. 
ບັນດາຮູບພາບທີ່ປະທັບໃຈກ່ຽວກັບອະດີດປະທານປະເທດ ເລດຶກແອັງ  - ảnh 1

ທ່ານ ພົນເອກ ເລດຶກແອັງ (ວັນທີ 1 ກຸມພາ 1920 - ວັນທີ 22 ເມສາ ປີ 2019), ບ້ານເກີດຢູ່ຕາແສງ ລົກອານ, ເມືອງ ຝູລົກ ແຂວງ ເທື່ອທຽນເຫວ້. ທ່ານໄດ້ຖືກຮັບເຂົ້າເປັນສະມາຊິກພັກຄອມມູນິດຫວຽດນາມ ເມື່ອວັນທີ 30 ພຶດສະພາ ປີ 1938. ທ່ານເຄີຍດຳລົງຕຳແໜ່ງ ລັດຖະມົນຕີກະຊວງ ປ້ອງກັນປະເທດ (1987-1991), ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ (1986-1987), ປະທານປະເທດ, ເລຂາທິການສູນກາງພັກສະໄໝທີ 7; ກຳມະການຜູ້ປະຈຳການກົມການເມືອງສູນກາງພັກສະໄໝທີ 8.

ບັນດາຮູບພາບທີ່ປະທັບໃຈກ່ຽວກັບອະດີດປະທານປະເທດ ເລດຶກແອັງ  - ảnh 2

     ໂດຍແມ່ນນາຍພົນບັນຊາກອງກຳລັງທະຫານຢູ່ສະໜາມຮົບ,  ທ່ານ ພົນເອກ ເລດຶກແອັງ ໄດ້ມີໜ້າຢູ່ບັນດາຈຸດຮ້ອນທີ່ສຸດ ແລະ ໄດ້ກັບຄືນມາໃນທ່າມກາງໄຊຊະນະ. ໃນຖານະຕຳແໜ່ງເປັນລັດທະມົນຕີກະຊວງປ້ອງກັນປະເທດ, ທ່ານໄດ້ປະກອບສ່ວນສຳຄັນເຂົ້າໃນວິວັດທະນາການ ຫັນການພົວພັນກັບຈີນ ແລະ ອາເມລິກາເປັນປົກກະຕິ.

ບັນດາຮູບພາບທີ່ປະທັບໃຈກ່ຽວກັບອະດີດປະທານປະເທດ ເລດຶກແອັງ  - ảnh 3

    ຕົ້ນເດືອນ ພຶດສະພາ ປີ 1988, ທ່ານພົນເອກ ເລດຶກແອັງ, ລັດຖະມົນຕີກະຊວງປ້ອງກັນປະເທດໄດ້ໄປສຳຫຼວດ ແລະ ລະດົມກຳລັງໃຈແກ່ພະນັກງານ, ນັກຮົບປ້ອງກັນອະທິປະໄຕ ເຂດໝູ່ເກາະທະເລຂອງປະເທດຊາດ.

ບັນດາຮູບພາບທີ່ປະທັບໃຈກ່ຽວກັບອະດີດປະທານປະເທດ ເລດຶກແອັງ  - ảnh 4

  ວັນທີ 7 ພຶດສະພາ ປີ 1988 ຢູ່ໝູ່ເກາະ ເຈື່ອງຊາ, ທ່ານ ພົນເອກ ເລດຶກອແອັງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 33 ປີແຫ່ງວັນມູນເຊື້ອຂອງເຫຼົ່າທັບເຮືອ ຫວຽດນາມ (ວັນທີ 7 ພຶດສະພາ ປີ 1955 - ວັນທີ 7 ພຶດສະພາ ປີ 1988). ຢູ່ຄຽງຂ້າງເສົາຫຼັກໝາຍຢັ້ງຢືນອະທິປະໄຕ, ທ່ານ ພົນເອກ ເລດຶກແອັງ ໄດ້ເໜັ້ນໜັກເຖິງຄຳປະຕິຍານຕົວ ຕັດສິນໃຈປົກປັກຮັກສາປະເທດຊາດ ແລະ ປົກປັກຮັກສາໝູ່ເກາະ ເຈື່ອງຊາ ເຊິ່ງແມ່ນສ່ວນໜຶ່ງໃນເຂດນ້ຳແດນດິນຂອງປະເທດຊາດ.

ບັນດາຮູບພາບທີ່ປະທັບໃຈກ່ຽວກັບອະດີດປະທານປະເທດ ເລດຶກແອັງ  - ảnh 5

    ບໍ່ພຽງແຕ່ແມ່ນນັກການທະຫານທີ່ດີເດັ່ນເທົ່ານັ້ນ, ນັບແຕ່ເດືອນ ກັນຍາ ປີ 1992 - ເດືອນ ກັນຍາ 1997, ທ່ານ ພົນເອກ ເລດຶກແອັງ ໄດ້ກາຍເປັນປະທານປະເທດ ສສ ຫວຽດນາມ. ທ່ານແມ່ນຄົນລຽບງ່າຍ ແລະ ໃກ້ຊິດຕິດແທດກັບປະຊາຊົນ.

ບັນດາຮູບພາບທີ່ປະທັບໃຈກ່ຽວກັບອະດີດປະທານປະເທດ ເລດຶກແອັງ  - ảnh 6

   ທ່ານປະທານປະເທດ ເລດຶກແອັງ  ໄດ້ລົງຢ້ຽມຢາມຖາມຂ່າວພໍ່ແມ່ພີ່ນ້ອງຢູ່ເຂດປະສົບກັບໄພນ້ຳຖ້ວມ.

ບັນດາຮູບພາບທີ່ປະທັບໃຈກ່ຽວກັບອະດີດປະທານປະເທດ ເລດຶກແອັງ  - ảnh 7

    ທ່ານປະທານປະເທດ ເລດຶກແອັງ  ໄດ້ລົງຢ້ຽມຢາມ ແລະ ຮ່ວມມ່ວນຊື່ນ, ທ່ານໄດ້ລັ່ນຄ້ອງກັບພໍ່ແມ່ພີ່ນ້ອງບັນດາເຜົ່າ ຢູ່ເຂດປ່າສະຫງວນແຫ່ງຊາດ ຢອັກໂດນ.

ບັນດາຮູບພາບທີ່ປະທັບໃຈກ່ຽວກັບອະດີດປະທານປະເທດ ເລດຶກແອັງ  - ảnh 8

  ທ່ານ ພົນເອກ ເລດຶກແອັງ ແລະ ທ່ານ ພົນເອກ ຫວໍງວຽນຢາບ ໃນໂອກາດບຸນເຕັດປີ ສະຫລຸ ປີ 1997.

ບັນດາຮູບພາບທີ່ປະທັບໃຈກ່ຽວກັບອະດີດປະທານປະເທດ ເລດຶກແອັງ  - ảnh 9

   ທ່ານປະທານປະເທດ ເລດຶກແອັງ ລົງຢ້ຽມຢາມວິທະຍຸກະຈາຍສຽງ ຫວຽດນາມ ເມື່ອປີ 1995.

ບັນດາຮູບພາບທີ່ປະທັບໃຈກ່ຽວກັບອະດີດປະທານປະເທດ ເລດຶກແອັງ  - ảnh 10

    ທ່ານປະທານປະເທດ ເລດຶກແອັງ  ຢ້ຽມຢາມສັນທະວະໄມຕີ ສາທາລະນະລັດ ກູບາ (ວັນທີ 12 ຫາ 17 ຕຸລາ ປີ 1999) ໃນທ່າມກາງຄວາມຍິນດີຕ້ອນຮັບຂອງຊາວນະຄອນຫຼວງ ລາຮາວານ ຢ່າງສຸດໃຈ.

ບັນດາຮູບພາບທີ່ປະທັບໃຈກ່ຽວກັບອະດີດປະທານປະເທດ ເລດຶກແອັງ  - ảnh 11

  ທ່ານປະທານປະເທດ ເລດຶກແອັງ  ພົບປະກັບປະທານ ກູບາ ຟີແດນ ກາດສເຕີໂຣ.

ບັນດາຮູບພາບທີ່ປະທັບໃຈກ່ຽວກັບອະດີດປະທານປະເທດ ເລດຶກແອັງ  - ảnh 12

  ປະທານາທິບໍດີ ອາເມລິກາ ບິນກຣິນຕັນ ແລະ ພັນລະຍາ ຕ້ອນຮັບປະທານປະເທດ ເລດຶກແອັງ ແລະ ພັນລະຍາຢູ່ອາເມລິກາ ເມື່ອປີ 1995.

ບັນດາຮູບພາບທີ່ປະທັບໃຈກ່ຽວກັບອະດີດປະທານປະເທດ ເລດຶກແອັງ  - ảnh 13

  ທ່ານປະທານປະເທດ ເລດຶກແອັງ  ຕ້ອນຮັບກະສັດກຳປູເຈຍ ໂນໂຣດົມ ສີຫານຸ ຢູ່ສຳນັກງານປະທານປະເທດເມື່ອປີ 1995. /.

ຕອບກັບ

ຂ່າວ/ບົດ​ອື່ນ