ຜ້າປົກຫົວໃນຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ

(VOVWORLD) -ໃນວັດທະນະທຳຂອງຊາວເຜົ່າຜູ້ໄທ, ຜ້າປົກຫົວແມ່ນມີຄວາມໝາຍຫຼາຍຢ່າງໃນຊີວິດ ແລະ ຈິດວິນຍານທີ່ເລິກເຊິ່ງ.
ຜ້າປົກຫົວໃນຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ - ảnh 1
ໃນຊຸດອາພອນປະຈຳເຜົ່າຂອງແມ່ຍິງເຜົ່າຜູ້ໄທ ຜ້າປົກຫົວແມ່ນເຄື່ອງທີ່ຂາດບໍ່ໄດ້ໃນຊີວິດປະຈຳວັນ ນອກຈາກເພື່ອກັນແດດ, ກັນລົມ, ຮັກສາຄວາມອຸ່ນໃນຍາມໜາວແລ້ວ ຜ້າປົກຫົວ ຍັງສ້າງຄວາມງາມໃຫ້ແກ່ແມ່ຍິງເຜົ່າຜູ້ໄທອີກດ້ວຍ.
ຜ້າປົກຫົວໃນຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ - ảnh 2
ເມື່ອໄປເຮັດໄຮ່, ເຂົ້າໄປປ່າ, ແມ່ຍິງເຜົ່າຜູ້ໄທກໍ່ເຄີຍໃຊ້ຜ້າປົກຫົວເພື່ອມີຄວາມສະດວກໃນການອອກແຮງງານທຳການຜະລິດ.
ຜ້າປົກຫົວໃນຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ - ảnh 3
ເມື່ອນຸ່ງຊຸດອາພອນປະຈຳເຜົ່າ, ແມ່ຍິງເຜົ່າຜູ້ໄທເຄີຍໃຊ້ຜ້າປົກຫົວເພື່ອເພີ່ມຄວາມງາມ, ຄວາມມີສະເນຕື່ມອີກ.
ຜ້າປົກຫົວໃນຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ - ảnh 4
ຜ້າປົກຫົວຖືກແມ່ຍິງເຜົ່າຜູ້ໄທຕ່ຳຈາກແພຝ້າຍ. ເມື່ອຖືກຕ່ຳເປັນແຜ່ນແພແລ້ວກໍ່ນຳໄປຍ້ອມສີຄາມ 2,3 ເທື່ອ, ເພື່ອໃຫ້ຜ້າບໍ່ຖືກຕົກສີ.
ຜ້າປົກຫົວໃນຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ - ảnh 5
ສຳລັບເສັ້ນໄໝເພື່ອຖັກແສ່ວຜ້າປົກຫົວແມ່ນເຄີຍໃຊ້ໄໝມ້ອນຖືກຍ້ອມເປັນສີຟ້າ, ສີແດງ, ສີມວງ, ສີເຫຼືອງ…
ຜ້າປົກຫົວໃນຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ - ảnh 6
ບັນດາລວດລາຍທີ່ຖືກຖັກແສ່ວໃນຜ້າປົກຫົວແມ່ນຖືກເຮັດຢ່າງລະອຽດລະອໍ່ ສາມາດເຫັນໄດ້ຢ່າງງ່າຍດາຍດ້ວຍຮູບໝາກຈັບ. ເພາະວ່າຕາມຄວາມສຳນຶກຂອງຊາວເຜົ່າຜູ້ໄທແລ້ວ ໝາກຈັບແມ່ນມີຄວາມໝາຍໝັ້ນຄົງ ແລະ ມີຄວາມສົກດີ.
ຜ້າປົກຫົວໃນຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ - ảnh 7
ເມື່ອນາງສາວຄົນໜຶ່ງຊາວເຜົ່າຜູ້ໄທ ແຕ່ງງານກໍຕ້ອງກະກຽມຜ້າປົກຫົວປະມານ 20 – 30 ຜືນເພື່ອມອບໃຫ້ຄອບຄົວຝ່າຍເຈົ້າບ່າວ. ເມື່ອເບິ່ງບັນດາລວດລາຍທີ່ຖັກແສ່ວໃນຜ້າປົກຫົວກໍ່ເປັນການຕີລາຄາຄວາມຄ່ອງແຄ້ວ ແລະ ສີມືຂອງນາງສາວຄົນນັ້ນ.
ຜ້າປົກຫົວໃນຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ - ảnh 8
ເມື່ອຖັກແສ່ວຜ້າປົກຫົວແລ້ວ, ແມ່ຍິງເຜົ່າຜູ້ໄທກໍ່ເຄີຍໃຊ້ຜ້າສີຟ້າຫຼືສີແດງເພື່ອຫຍິບຂອບ ແລະ ຍອດຂອງຜ້າປົກຫົວ ນີ້ແມ່ນມີຄວາມໝາຍວ່າປະດັບປະດາຜ້າປົກຫົວໃຫ້ມີຄວາມສວຍງາມກ່າວເກົ່າ ແລະ ທັງມີຄວາມໝາຍຂັບໄລ່ຜີສາງ
ຜ້າປົກຫົວໃນຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ - ảnh 9
ສຳລັບບັນດາຜູ້ຍິບຂອບ ແລະ ເຮັດຍອດຂອງ ຜ້າປົກຫົວ ແມ່ນຕ້ອງມີຄວາມຄ່ອງແຄ້ວ ແລະ ມີ ສີມືດີ.
ຜ້າປົກຫົວໃນຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ - ảnh 10
ຮູບ (ຕາແລວ)ແມ່ນເພື່ອຂັບໄລ່ຜີສາງນາງໄມ້ ແລະ ຮັກສາສຸຂະພາບໃຫ້ແກ່ຜູ້ໃຊ້ຜ້າປົກຫົວ.
ຜ້າປົກຫົວໃນຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ - ảnh 11
ໃນງານສົບພໍ່ແມ່ພີ່ນ້ອງຊາວເຜົ່າຜູ້ໄທກໍ່ຕ້ອງໃຊ້ຜ້າປົກຫົວແຕ່ 4 - 8 ຜືນເພື່ອໃຊ້ເປັນເຄື່ອງຂອງບູຊາໃຫ້ແກ່ຜູ້ທີ່ໄດ້ລ່ວງລັບໄປ.
ຜ້າປົກຫົວໃນຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ - ảnh 12
ນອກຈາກຮັບໃຊ້ຊີວິດປະຈຳວັນ, ໃຊ້ເປັນເຄື່ອງຂອງໃນງານດອງ, ງາບສົບ, ຜ້າປົກຫົວຍັງຖືກນຳໃຊ້ເພື່ອສະແດງສິລະປະວັນນະຄະດີ, ເປັນຕົ້ນແມ່ນໃນການສະແດງຟ້ອນແຊ່ວ.
ຜ້າປົກຫົວໃນຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ - ảnh 13
ຜ້າປົກຫົວຂອງແມ່ຍິງເຜົ່າຜູ້ໄທກໍ່ຍັງຖືກນຳໃຊ້ໃນບັນດາງານບຸນ.
ຜ້າປົກຫົວໃນຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ - ảnh 14
ສັງຄົມນັບມື້ນັບພັດທະນາ, ມີຊຸດອາພອນທີ່ທັນສະໄໝໄດ້ປະກົດຕົວຫຼາຍຂຶ້ນອັນໄດ້ສົ່ງຜົນສະທ້ອນບໍ່ໜ້ອຍເຖິງການອະນຸລັກ ແລະ ຮັກສາຊຸດອາພອນພື້ນເມືອງຂອງຊາວເຜົ່າຜູ້ໄທ. ແຕ່ຜ້າປົກຫົວຍັງແມ່ນສິ່ງທີ່ຂາດບໍ່ໄດ້ໃນຊີວິດທາງດ້ານຈິດວິນຍານຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ ແລະ ຍາມໃດກໍ່ຖືກເອື້ອຍນ້ອງແມ່ຍິງຊາວເຜົ່າຜູ້ໄທສືບຕໍ່ຍິບປັກຖັກແສ່ວປຽບເໝືອນວຽກງານ ໃນຊີວິດປະຈຳວັນຂອງເຂົາເຈົ້າ

ຕອບກັບ

ຂ່າວ/ບົດ​ອື່ນ