ວັນຄອບຄົວ ຫວຽດນາມ 2021: “ຄອບຄົວສະຫງົບສຸກ - ສັງຄົມຜາສຸກ”

(VOVWORLD) -ວັນຄອບຄົວ ຫວຽດນາມ ໄດ້ຄ່ອຍໆກາຍເປັນເຫດການວັດທະນະທຳໃຫຍ່ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຄອບຄົວ ຫວຽດນາມ

20 ປີຜ່ານມາ, ວັນຄອບຄົວ ຫວຽດນາມ ຄືວັນທີ 28 ມິຖຸນາ 2001 – 28 ມິຖຸນາ 2021) ໄດ້ຄ່ອຍໆກາຍເປັນເຫດການວັດທະນະທຳໃຫຍ່ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຄອບຄົວ ຫວຽດນາມ. ນີ້ແມ່ນວັນ ທຸກຄົນໃນຄອບຄົວສະແດງຄວາມເອົາໃຈໃສ່ເຊິ່ງກັນແລະກັນ, ສັງຄົມມີຄວາມເອົາໃຈໃສ່ຕໍ່ເດັກນ້ອຍ ເປັນຕົ້ນແມ່ນເດັກກຳພ້າກຳພອຍ, ມຸ່ງໄປເຖິງການສ້າງຄອບຄົວທີ່ອີ່ມໜຳສຳລານ ສະເໝີພາບ, ກ້າວໜ້າ ແລະ ຜາສຸກ.

ວັນຄອບຄົວ ຫວຽດນາມ 2021: “ຄອບຄົວສະຫງົບສຸກ - ສັງຄົມຜາສຸກ” - ảnh 1
ຄອບຄົວມີຄວາມປອງດອງຈະນຳຄວາມເບີກບານມ່ວນຊືນມາໃຫ້ທຸກຄົນໃນຄອບຄົວ. (ພາບ: baovanhoa.vn)
ວັນຄອບຄົວ ຫວຽດນາມ 2021: “ຄອບຄົວສະຫງົບສຸກ - ສັງຄົມຜາສຸກ” - ảnh 2
ພິທີ ອວຍພອນອາຍຸຍືນ, ຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຄອບຄົວ ຫວຽດນາມ (ພາບ: mongcai.gov.vn)
ວັນຄອບຄົວ ຫວຽດນາມ 2021: “ຄອບຄົວສະຫງົບສຸກ - ສັງຄົມຜາສຸກ” - ảnh 3
ບັນດາສະມາຊິກໃນຄອບຄົວເຕົ້າໂຮມກັນໃນວັນບຸນເຕັດວຽນມາ. ນີ້ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາຄຸນຄ່າເປັນມູນເຊື້ອທີ່ມາແຕ່ດົນນານຂອງຄອບຄົວ ຫວຽດນາມ. (ພາບ: news.zing.vn)

ວັນບຸນຄອບຄົວຫວຽດນາມ ບໍ່ພຽງແຕ່ແມ່ນໂອກາດເພື່ອເຊີດຊູບັນດາຄອບຄົວຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ມທຸກໆຄົນໃນຄອບຄົວມີຄວາມເຂົ້າໃຈ ແລະ ເຄົາລົບນັບຖືຄວາມຜາສຸກທີ່ຕົນເອງພວມມີຢູ່.

ວັນຄອບຄົວ ຫວຽດນາມ 2021: “ຄອບຄົວສະຫງົບສຸກ - ສັງຄົມຜາສຸກ” - ảnh 4
ຄອບຄົວຜາສຸກປະກອບສ່ວນເຂົ້າໃນການສ້າງຜົນສຳເລັດໃນການດຳລົງຊີວິດ (ພາບ: giadinhonline.vn)
ວັນຄອບຄົວ ຫວຽດນາມ 2021: “ຄອບຄົວສະຫງົບສຸກ - ສັງຄົມຜາສຸກ” - ảnh 5
ຄອບຄົບນັກສິລະປິນລີຫ໋າຍເຕົ້າໂຮມກັນໃນຄາບເຂົ້າ ຂອງຄອບຄົວ (ພາບ: giadinhonline.vn)

ຫົວຂໍ້ຂອງການສະເຫຼີມສະຫຼອງໃນວັນຄອບຄົວ ຫວຽດນາມ ປີນີ້ແມ່ນ: “ຄອບຄົວສະຫງົບສຸກ - ສັງຄົມຜາສຸກ”. ປີນີ້, ແນ່ນອນວ່າ ຈະແມ່ນປີທີ່ພິເສດທີ່ສຸດຍ້ອນວ່າແຕ່ລະຄອບຄົວຈະສະເຫຼີມສະຫຼອງວັນບຸນແຫ່ງຄວາມໝາຍນີ້ ຕາມວິທີການສະເພາະຂອງຕົນ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19. ສຳລັບຜູ້ຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ໃນຊຸມວັນຜ່ານມາອາດຈະບໍ່ມີຄາບເຂົ້າທີ່ມີສະມາຊິກທີ່ຄົບຖ້ວນ ແຕ່ແທນທີ່ນັ້ນແມ່ນນ້ຳໃຈ ແລະ ຄວາມເອົາໃຈໃສ່ຂອງຄອບຄົວສະຫງວນໃຫ້ແກ່ເຂົາເຈົ້າ.

ວັນຄອບຄົວ ຫວຽດນາມ 2021: “ຄອບຄົວສະຫງົບສຸກ - ສັງຄົມຜາສຸກ” - ảnh 6
ນ້ອງສາວໄຫ້ເອີ້ນແມ່ເມື່ອເຫັນແມ່ໃນໂທລະພາບ ແລະ ຄອບຄົວທີ່ມີຄວາມຜາສຸກຂອງ ນາງແຮງ.
ວັນຄອບຄົວ ຫວຽດນາມ 2021: “ຄອບຄົວສະຫງົບສຸກ - ສັງຄົມຜາສຸກ” - ảnh 7
7 ຄົນໃນຄອບຄົວຂອງນາງ ເຈິ່ນທິອຽນ (ບັກຢາງ) ຢຸ່ໃນເຂດແຍກຕົວ

ຊຸມປີຜ່ານມາ, ພັກ ແລະ ລັດ ໄດ້ສະຫງວນຄວາມເອົາໃຈໃສ່ຫຼາຍຢ່າງເຖິງວຽກງານຄອບຄົວ. ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ບັນດາການເຄື່ອນໄຫວຕອບສະໜອງວັນບຸນຖືກຈຳກັດ. ບັນດາອົງການ, ຂະແໜງການ, ອົງການຈັດຕັ້ງຄ່ອຍໆລຶ້ງເຄີຍກັບບັນດາການເຄື່ອນໄຫວທາງອອນລາຍ. ສູນກາງສະຫະພັນແມ່ຍິງຫວຽດນາມ ຫາກໍ່ຈັດຕັ້ງກອງປະຊຸມທາງອອນລາຍ “ວັນບຸນຄອບຄົວແຫ່ງຄວາມຮັກ”, ໂດຍຕອບສະໜອງ 20 ປີແຫ່ງວັນຄອບຄົວຫວຽດນາມ ແລະ ເດືອນກະທຳແຫ່ງຊາດເພື່ອຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ ປີ 2021.

ວັນຄອບຄົວ ຫວຽດນາມ 2021: “ຄອບຄົວສະຫງົບສຸກ - ສັງຄົມຜາສຸກ” - ảnh 8
ບັນດານັກຊ່ຽວຊານແບ່ງປັນໃນ “ວັນບຸນຄອບຄົວແຫ່ງຄວາມຮັກ” (ພາບ: hanoimoi.com.vn)
ວັນຄອບຄົວ ຫວຽດນາມ 2021: “ຄອບຄົວສະຫງົບສຸກ - ສັງຄົມຜາສຸກ” - ảnh 9
ສະມາຊິກສະມາຄົມແມ່ຍິງສະແດງວາດຟ້ອນພື້ນເມືອງຢູ່ກອງປະຊຸມ “ວັນບຸນຄອບຄົວແຫ່ງຄວາມຮັກແພງ” (ພາບ: hanoimoi.com.vn)

ວັນຄອບຄົວຫວຽດນາມ ປີນີ້ໄດ້ດຳເນີນໃນໄລຍະພິເສດ ເມື່ອໂລກລະບາດໂຄວິດ - 19 ກໍ່ຜົນກະທົບຕໍ່ການຫາເງິນລ້ຽງຊີບ ແລະ ການດຳລົງຊີວິດການເປັນຢູ່ຂອງຄອບຄົວ, ແຕ່ກໍ່ແມ່ນຈຸດເວລາທີ່ບັນດາຄອບຄົວແຜ່ກະຈາຍນ້ຳໃຈສາມັກຄີ, ຄວາມຮັກແພງ, ຄວາມເຫັນໃຈ, ແບ່ງປັນນ້ຳໃຈ “ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ”, ພ້ອມກັນມານພະຍາຍາມ, ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ