ສີຂາວຂອງດອກໝາກໝັ້ນຢູ່ເຂດພູພຽງ ມົກເຈົາ
ເຈິນລອງ/VOV -  
(VOVWORLD) -ເມື່ອມາຢ້ຽມຢາມເຂດພູພຽງ ມົກເຈົາ ໃນຊຸມມື້ນີ້, ແຂກທ່ອງທ່ຽວໄດ້ເຈືອຈານເຂົ້າກັບສີຂາວກະຈະຂອງດອກໝາກໝັ້ນ ປົກຄຸມໄປທົ່ວຮ່ອມພູ, ໂນນພູ, ສ້າງເປັນຮູບພາບທີ່ງາມຕາ.
 |
ເຂດພູພຽງ ມົກເຈົາ ໃນຊຸມມື້ນີ້ິ້ຍິ່ງສວຍງາມເຕັມໄປດ້ວຍພະລັງຊີວິດ… |
 |
… ຍ້ອນດອກໝາກໝັ້ນເບັງບານຂາວກະຈະໄປທົ່ວເປີ້ນພູ. |
 |
ໃນໂອກາດນີ້, ແຂກທ່ອງທ່ຽວໄດ້ມາຢ້ຽມຢາມ ມົກເຈົ້າ, ຖ່າຍຮູບໄວ້ເປັນທີ່ລະນຶກພ້ອມກັບຍາດຕິພີ່ນ້ອງ, ຄອບຄົວຢ່າງຄັບຄາໜາແໜ້ນ. |
 |
ບັນດາສວນຕົ້ນໝາກໝັ້ນສວຍງາມທີ່ສຸດຢູ່ ມົກເຈົາ ຕ້ອງໄດ້ເວົ້າເຖິງຮ່ອມພູ ນ່າກາ, ມູເນົາ, ບ້ານ ຟາແຟັກ… |
 |
ປົກກະຕິ, ດອກໝາກໝັ້ນຈະອອກດອກໃນຊຸມມື້ຕົ້ນລະດູບານໃໝ່. ເຖິງຢ່າງໃດກໍ່ຕາມ, ກໍ່ອີງໃສ່ອາກາດຂອງແຕ່ລະປີວ່າ ດອກໝາກໝັ້ນຈະບານໄວ ຫຼື ຊ້າ. |
 |
ຢູ່ບ່ອນໃດດອກໝາກໝັ້ນກໍ່ຫອມກຸ້ມໄປທົ່ວ. |
 |
ປົກກະຕິດອກໝາກໝັ້ນຈະບານເປັນພົ້ວ ແລະ ບານໃນເວລາປະມານແຕ່ 2 ຫາ 3 ອາທິດແລ້ວຈະລົ່ນ. |
 |
ສະນັ້ນ, ດອກໝາກໝັ້ນຈຶ່ງເຄີຍທຽບໃສ່ກັບນາງສາວພວມຢູ່ໃນເກນອາຍຸສວຍງາມ. |
 |
ດອກໝາກໝັ້ນຂາວກະຈະຕາມເສັ້ນທາງຈາກບ້ານໄປຫາທົ່ງນາ, ຈາກທາງຫຼວງໄປຮອດຮ່ອມເຂົ້າບ້ານຢູ່ເລິກໃນຜາຫີນ. |
 |
ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ແຂກທ່ອງທ່ຽວ, ເມື່ອກັບໄປແລ້ວ ພັດຢາກກັບມາຕື່ມອີກ… |
ເຈິນລອງ/VOV