Media /
ມາຮອດປະຈຸບັນ ບໍ່ມີເທົ່າໃດຄົນຮູ້ຢ່າງຊັດເຈນວ່າ ງານບຸນປະເພນີໝູ່ບ້ານ ໂນມ ແມ່ນມີມາແຕ່ເວລາໃດ, ພຽງແຕ່ຮູ້ຈັກວ່າ ງານບຸນນີ້ໄດ້ກາຍເປັນປະເພນີຂອງໝູ່ບ້ານ ແລະ ໄດ້ດຳເນີນໄປໃນເວລາ 3 ວັນ ແຕ່ວັນທີ 10-12 ເດືອນຈຽງ.
2. ວັນບຸນໝູ່ບ້ານ ໂນມ ມີຫລາຍພິທີການ ດຶງດູດປະຊາຊົນເຂົ້າຮ່ວມເປັນຈຳນວນຫລວງຫລາຍ
ບັນດາພິທີການດັ່ງກ່າວລ້ວນແຕ່ໄດ້ຮັບການປະຕິບັດຢ່າງເຄັ່ງຂຶມ ແລະ ຕາມປະເພນີ.
ປະຊາຊົນເຂົ້າຮ່ວມພິທີແຫ່ວໍລ້ວນແຕ່ນຸ່ງຊຸດອາພອນທີ່ມີສີສັນຫລາກຫລາຍ
ເດັນນ້ອຍໃນບ້ານຮູ້ສຶກປິຕິຊົມຊື່ນຕໍ່ລາຍການສິລະປະຟ້ອນສິງໂຕ
ພິທີແຫ່ວໍ
ເຈົ້າອາວາດວັດພ້ອມກັບຊາວບ້ານທຳພິທີການ
ລາຍການຟ້ອນສິງໂຕ
ບັນດາການເຄື່ອນໄຫວພາຍຫລັງພິທີໄຂງານບຸນ
ໃນຊຸມມື້ດຳເນີນວັນບຸນໝູ່ບ້ານ ໂນມ, ປະຊາຊົນທຸກຄົນເຖິງວ່າໄປເຮັດວຽກຢູ່ໃສກໍ່ລ້ວນແຕ່ກັບຄືນເມືອເຕົ້າໂຮມກັບຄອບຄົວ ແລະ ເຂົ້າຮ່ວມວັນບຸນປະເພນີຂອງບ້ານເກີດເມືອງນອນ
ຄອບຄົວແມ່ຕູ້ ຫງວຽນທິທຶກ ທີ່ພິທີອວຍພອນອາຍຸຍືນ
ທີ່ວັນບຸນບ້ານໂນມ, ນັກທ່ອງທ່ຽວ ສາມາດຊົມບັນດາການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຂອງບຸນເຕັດຢູ່ຫວຽດນາມ
ນັກທ່ອງທ່ຽວມາຈາກທຸກສາລະທິດ ຖ່າຍຮູບທີ່ລະນຶກກັບນັກສິລະປະການ
ສີສັນວັນບຸນໝູ່ບ້ານ ໂນມ ໄດ້ກາຍເປັນຄຸນຄ່າດ້ານວັດທະນະທຳຂອງໝູ່ບ້ານບູຮານ ຢູ່ ພາກເຫນືອ ທີ່ມີອາຍຸກວ່າ 300 ປີ.

ສີສັນວັດທະນະທຳງານບຸນໝູ່ບ້ານໂນມ

(VOVWORLD) - ແຕ່ລະປີ, ເມື່ອຮອດວັນບຸນໝູ່ບ້ານໂນມ (ແຕ່ວັນທີ 10 – 12 ເດືອນຈຽງໄລ່ຕາມຈັນທະປະຕິທິນ), ນັກທ່ອງທ່ຽວມາຈາກທຸກສາລະທິດ ໄດ້ຫລັ່ງໄຫລເຕົ້າໂຮມຢູ່ ຕາແສງ ດ້າຍດົງ, ເມືອງວັນເລີມ ແຂວງ ຮືງອຽນ ເພື່ອເຂົ້າຮ່ວມວັນບຸນທີ່ເຕັມໄປດ້ວຍສີສັນວັດທະນະທຳຂອງເຂດບ້ານນາຢູ່ຫວຽດນາມ.

Duc Anh