ສະຖານທີ່ທ່ອງທ່ຽວທີ່ສວຍງາມ 3 ແຫ່ງຢູ່ນິງບິ່ງ ດຶງດູດນັກທ່ອງທ່ຽວໜຸ່ມໃນໂອກາດບຸນເຕັດປີສະຫຼູ 2021

(VOVWORLD) -ຢູ່ພາກເໜືອຫວຽດນາມ, ແຂວງ ນິງບິ່ງ ໄດ້ຮັບຖືວ່າແມ່ນສະຖານທີ່ທ່ອງທ່ຽວທີ່ຄວນໄປທ່ອງທ່ຽວໃນຕົ້ນລະດູບານໃໝ່ປີສະຫຼູປີ 2021, ເຂດປູຊະນີຍະສະຖານທີ່ມີຊື່ສຽງ 3 ແຫ່ງຢູ່ທີ່ນີ້ລວມມີ: ຖ້ຳ ມົ໊ວ, ຈ່າງອານ ແລະ ວັດ ບ໊າຍດິ໊ງ.
ສະຖານທີ່ທ່ອງທ່ຽວທີ່ສວຍງາມ 3 ແຫ່ງຢູ່ນິງບິ່ງ ດຶງດູດນັກທ່ອງທ່ຽວໜຸ່ມໃນໂອກາດບຸນເຕັດປີສະຫຼູ 2021 - ảnh 1
ຖ້ຳ ມົ໊ວ - ແມ່ນສະຖານທີ່ໄປທ່ອງທ່ຽວໃນຍາມຕົ້ນລະດູບານໃໝ່ສວຍງາມທີ່ສຸດ ໃນໂອກາດບຸນເຕັດປະຈຳຊາດຂອງຫວຽດນາມ, ເຊິ່ງບໍ່ພຽງແຕ່ແມ່ນຂອງແຂວງ ນິງບິ່ງ ເທົ່ານັ້ນ, ຫາກຍັງແມ່ນຂອງທັງພາກເໜືອຫວຽດນາມ ອີກດ້ວຍ.
ສະຖານທີ່ທ່ອງທ່ຽວທີ່ສວຍງາມ 3 ແຫ່ງຢູ່ນິງບິ່ງ ດຶງດູດນັກທ່ອງທ່ຽວໜຸ່ມໃນໂອກາດບຸນເຕັດປີສະຫຼູ 2021 - ảnh 2
ໃນຊຸມປີຜ່ານມາ, ສະຖານທີ່ທ່ອງທ່ຽວດັ່ງກ່າວໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.
ສະຖານທີ່ທ່ອງທ່ຽວທີ່ສວຍງາມ 3 ແຫ່ງຢູ່ນິງບິ່ງ ດຶງດູດນັກທ່ອງທ່ຽວໜຸ່ມໃນໂອກາດບຸນເຕັດປີສະຫຼູ 2021 - ảnh 3
ເມື່ອຢືນສັງເກດຈາກຍອດພູ ງວ້າລອງ ເພື່ອນສາມາດເຫັນໄດ້ເຂດ ຕາມກົ໊ກ, ບັນດາຂັ້ນໄດສ້າງຕາມຮູບແບບຈຳລອງ ຫວ້ານລິ໊ເຈື່ອງແທ່ງ ທີ່ເກົ່າແກ່, ເປັນເຂດຖ່າຍຮູບທີ່ສວຍງາມດັ່ງໃນຝັນ.
ສະຖານທີ່ທ່ອງທ່ຽວທີ່ສວຍງາມ 3 ແຫ່ງຢູ່ນິງບິ່ງ ດຶງດູດນັກທ່ອງທ່ຽວໜຸ່ມໃນໂອກາດບຸນເຕັດປີສະຫຼູ 2021 - ảnh 4
ຫຼາຍຄົນອາດບໍ່ຮູ້ວ່າ, ລະດູບານໃໝ່ແມ່ນໜຶ່ງໃນຈຸດເວລາທີ່ ຖ້ຳ ມົ໊ວ ງາມທີ່ສຸດໃນປີ.
ສະຖານທີ່ທ່ອງທ່ຽວທີ່ສວຍງາມ 3 ແຫ່ງຢູ່ນິງບິ່ງ ດຶງດູດນັກທ່ອງທ່ຽວໜຸ່ມໃນໂອກາດບຸນເຕັດປີສະຫຼູ 2021 - ảnh 5
ສະຖານທີ່ທ່ອງທ່ຽວທີ່ສວຍງາມ 3 ແຫ່ງຢູ່ນິງບິ່ງ ດຶງດູດນັກທ່ອງທ່ຽວໜຸ່ມໃນໂອກາດບຸນເຕັດປີສະຫຼູ 2021 - ảnh 6
ວັດ ບ໊າຍດິ໊ງ - ແມ່ນໜຶ່ງໃນບັນດາສະຖານທີ່ທີ່ມີຊື່ສຽງທີ່ສຸດຂອງແຂວງ ນິງບິ່ງ, ນອນໃນເຂດທ່ອງທ່ຽວຊີວະພາບ ບ໊າຍດິ໊ງ - ຈ່າງອານ ທີ່ຕິດພັນກັບເຂດດິນແດນຂອງຫຼາຍລາຊະວົງສັກດີນານັບແຕ່ ລາຊະວົງ ເຈິ່ນ, ລາຊະວົງ ຕ່ຽນເລ ຕະຫຼອດຮອດລາຊະວົງ ລິ໊.
ສະຖານທີ່ທ່ອງທ່ຽວທີ່ສວຍງາມ 3 ແຫ່ງຢູ່ນິງບິ່ງ ດຶງດູດນັກທ່ອງທ່ຽວໜຸ່ມໃນໂອກາດບຸນເຕັດປີສະຫຼູ 2021 - ảnh 7
ວັດ ບ໊າຍດິ໊ງ ແມ່ນເຂດວັດໃຫຍ່ທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຫ່າງຈາກນະຄອນ ຮ່າໂນ້ຍ 95 ກມ, ມີເນື້ອທີ່ກວ້າງ 539 ເຮັກຕາ, ລວມມີເຂດວັດເກົ່າແກ່ ແລະ ເຂດວັດທີ່ໄດ້ຮັບການສ້າງໃໝ່.
ສະຖານທີ່ທ່ອງທ່ຽວທີ່ສວຍງາມ 3 ແຫ່ງຢູ່ນິງບິ່ງ ດຶງດູດນັກທ່ອງທ່ຽວໜຸ່ມໃນໂອກາດບຸນເຕັດປີສະຫຼູ 2021 - ảnh 8
ສະຖານທີ່ທ່ອງທ່ຽວທີ່ສວຍງາມ 3 ແຫ່ງຢູ່ນິງບິ່ງ ດຶງດູດນັກທ່ອງທ່ຽວໜຸ່ມໃນໂອກາດບຸນເຕັດປີສະຫຼູ 2021 - ảnh 9
ໃນນັ້ນ, ເຂດວັດໃໝ່ກໍ່ມີຊື່ສຽງດ້ວຍການອອກແບບສະຖາປັດຕະຍາກຳທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງໝູ່ບ້ານອາຊີບທີ່ເປັນມູນເຊື້ອຂອງຫວຽດນາມ.
ສະຖານທີ່ທ່ອງທ່ຽວທີ່ສວຍງາມ 3 ແຫ່ງຢູ່ນິງບິ່ງ ດຶງດູດນັກທ່ອງທ່ຽວໜຸ່ມໃນໂອກາດບຸນເຕັດປີສະຫຼູ 2021 - ảnh 10
ຈ່າງອານ ຍາມໃດກໍ່ແມ່ນໜຶ່ງໃນບັນດາສະຖານທີ່ໄປທ່ອງທ່ຽວໃນຍາມຕົ້ນປີລະດູບານໃໝ່ໃນໂອກາດບຸນເຕັດປະຈຳຊາດທີ່ໄດ້ຮັບຄວາມນິຍົມທີ່ສຸດ.
ສະຖານທີ່ທ່ອງທ່ຽວທີ່ສວຍງາມ 3 ແຫ່ງຢູ່ນິງບິ່ງ ດຶງດູດນັກທ່ອງທ່ຽວໜຸ່ມໃນໂອກາດບຸນເຕັດປີສະຫຼູ 2021 - ảnh 11
ມາທ່ອງທ່ຽວຢູ່ແຫ່ງນີ້, ນັກທ່ອງທ່ຽວຈະໄດ້ຮັບຊົມລະບົບຖ້ຳທຳມະຊາດທີ່ເປັນຫຼາຍຮູບຫຼາຍແບບ ຫຼື ບັນດາຮ່ອງຮ້ອຍປະຫວັດສາດທີ່ມີມາແຕ່ດົນນານ.
ສະຖານທີ່ທ່ອງທ່ຽວທີ່ສວຍງາມ 3 ແຫ່ງຢູ່ນິງບິ່ງ ດຶງດູດນັກທ່ອງທ່ຽວໜຸ່ມໃນໂອກາດບຸນເຕັດປີສະຫຼູ 2021 - ảnh 12
ໃນຊຸມປີຜ່ານມາ, ນິງບິ່ງ ຍາມໃດກໍ່ແມ່ນສະຖານທີ່ໄປທ່ອງທ່ຽວໃນຍາມຕົ້ນປີໃໝ່ທີ່ດູດດື່ມໃຈ ແລະ ປີນີ້, ເຂດນີ້ໄດ້ສ້າງຄວາມຫວັງຈະດຶງດູດນັກທ່ອງທ່ຽວຫຼາຍກວ່າອີກ.
ສະຖານທີ່ທ່ອງທ່ຽວທີ່ສວຍງາມ 3 ແຫ່ງຢູ່ນິງບິ່ງ ດຶງດູດນັກທ່ອງທ່ຽວໜຸ່ມໃນໂອກາດບຸນເຕັດປີສະຫຼູ 2021 - ảnh 13
ນອກຈາກ ຖ້ຳ ມົ໊ວ, ວັດ ບ໊໊າຍດິ໊ງ ແລະ ຈ່າງອານ ແລ້ວ, ເຂດຕົວເມືອງເກົ່າຍັງມີສະຖານທີ່ຫຼາຍແຫ່ງຄື: ຕວຽດຕິ່ງກົ໊ກ, ໜອງບຶງ ເວີນລອງ, ຖຸງຍາມ, ໂນນພູ ດົ່ງຢາວ…

ຕອບກັບ

ຂ່າວ/ບົດ​ອື່ນ