Media /
ນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ເຂົ້າຮ່ວມງານລ້ຽງຂອງ APEC Auckland, New Zealand ເມື່ອ 1999. ນີ້ກໍເປັນຄັ້ງທຳອິດທີ່ນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ມີການພົບປະກັບປະທານາທິບໍດີ ອາເມລິກາ Bill Clinton ຢູ່ APEC Auckland ປະເທດນິວຊີແລນເມື່ອປີ 1999.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ພົບປະກັບປະທານາທິບໍດີ ອາເມລິກາ George W. Bush ຢູ່ທຳນຽບຂາວໃນຂອບເຂດການຢ້ຽມຢາມອາເມລິກາ ໃນນາມເປັນນາຍົກລັດຖະມົນຕີຄົນທຳອິດຂອງຫວຽດນາມ ທຳການຢ້ຽມຢາມອາເມລິກາ ພາຍຫຼັງສົງຄາມສິ້ນສຸດລົງເປັນເວລາ 30 ປີ.
ອະດີດນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ເກີດວັນທີ 25 ທັນວາປີ 1933 ຢູ່ຕາແສງເຕີນທົງໂຫ້ຍ, ເມືອງກູຈີ, ນະຄອນໂຮ່ຈິມິນ. ປີ 1991 ທ່ານໄດ້ຮັບເລືອກຕັ້ງເປັນກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ແລະ ໃນໄລຍະ 1997-2006 ເປັນກຳມະການກົມການເມືອງ, ນາຍົກລັດຖະມົນຕີຫວຽດນາມ
ເດືອນມີຖຸນາປີ 2006, ທ່ານຂໍພັກຜ່ອນ ກ່ອນທີ່ສິ້ນສຸດອາຍຸການປະຕິບັດງານເປັນເວລາ 1 ປີ. ກ່າວຄຳເຫັນທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 11, ທ່ານ ຟານວັນຂາຍ ຢາກຮັບຄວາມຜິດຊອບຕໍ່ປະຊາຊົນ, ຕໍ່ພັກ ແລະ ສະພາແຫ່ງຊາດ ຂະນະທີ່ບໍ່ສາມາດສະກັດກັ້ນ, ຄົ້ນພົບບັນດາກໍລະນີຮ້ອນເຮັງທີ່ແກ່ຍາວ.
ການຢ້ຽມຢາມອາເມລິກາ ໄດ້ເປັນຂີດໝາຍໃໝ່ໃນສາຍພົວພັນລະຫວ່າງ 2 ປະເທດ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ມີສັນຍາທີ່ມີມູນຄ່າສູງຫຼາຍສະບັບໄດ້ຮັບການລົງນາມ. ໃນຮູບຖ່າຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍໄປຢ້ຽມຢາມມະຫາວິທະຍາໄລ Havard ຢູ່ອາເມລິກາເມື່ອປີ 2005.
ໃນການຢ້ຽມຢາມອາເມລິກາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ແລະ ລັດຖະມົນຕີການຄ້າ ອາເມລິກາ Carlos Gutierrez ເປັນສັກຂີພິຍານພິທີລົງນາມໃນສັນຍາຊື້ເຮືອບິນ ໂບອິງ 787-8 Dreamliner 4 ລຳ.
ແລະ ກໍໃນການຢ້ຽມຢາມອາເມລິກາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ໄດ້ພົບປະກັບມະຫາເສດຖີ Bill Gates. ລັດຖະບານຫວຽດນາມ ແລະ Microsoft ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບຂໍ້ຕົກລົງວ່າດ້ວຍການກໍ່ສ້າງ ແລະ ພັດທະນາບັນດາບໍລິສັດເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມ ແລະ ບຳລຸງສ້າງຄູອາຈານຫວຽດນາມ 5 ໝື່ນຄົນໃນຂົງເຂດຄອມພິວເຕີ ແລະ ຊອບແວ.
ປີ 2003, ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ໄດ້ທຳການຢ້ຽມຢາມຍີປຸ່ນຢ່າງເປັນທາງການ. ຢູ່ທີ່ນີ້, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາໜູນຊ່ວຍພັດທະນາ, ລົງທຶນ, ການຄ້າ. ໃນຮູບຖ່າຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ພວມຈັບມືກັບຄູ່ຕຳແໜ່ງຍີປຸ່ນ Junichiro Koizumi
ໃນປີ 2003, ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີນິວຊີແລນ Helen Clark ເມື່ອມາຢ້ຽມຢາມຫວຽດນາມ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ(ແຖວໜ້າ, ສຸດເບື້ອງຊ້າຍ) ເຂົ້າຮ່ວມເວທີປາໄສເສດຖະກິດອາຊີ-ປາຊີຟິກ (APEC) ຢູ່ໄທເມື່ອວັນທີ 21 ຕຸລາປີ 2003
ປີ 2004, ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 10 ທີ່ຈັດຂຶ້ນຢູ່ລາວ. ຢູ່ທີ່ນີ້, ທ່ານ ແລະ ບັນດາການນຳໄດ້ເຊັນຂໍ້ຕົກລົງຍົກເລີກຮົ້ວພາສີອາກອນດ້ວຍ 11 ຂົງເຂດຮັບບຸລິມະສິດ, ມຸ່ງໄປສູ່ການສ້າງຕັ້ງຕະຫຼາດໜຶ່ງດຽວຕາມທ່າອຽງຂອງບັນດາປະເທດເອີລົບ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ ເຊັນສົນທິສັນຍາເພີ່ມເຕີມໃຫ້ແກ່ສັນຍາກ່ຽວກັບລະບຽບການຊາຍແດນລະຫວ່າງຫວຽດນາມ ແລະ ກຳປູເຈຍເນື່ອງໃນໂອກາດການຢ້ຽມຢາມຂອງທ່ານຮຸນແຊນເມື່ອເດືອນຕຸລາປີ 2005.
ວັນທີ 5 ມີຖຸນາປີ 2006, ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Donald Rumsfeld ຢູ່ຮ່າໂນ້ຍ. 2 ຝ່າຍໄດ້ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມດ້ານການປ້ອງກັນຊາດລະຫວ່າງ 2 ປະເທດ, ຊອກຫາຊາວອາເມລິກາທີ່ຫາຍສາບສູນ ແລະ ການແກ້ໄຂຜົນຮ້າຍຢ່ອນຫຼັງຈາກສານພິດສີສົ້ມພາຍຫຼັງສົງຄາມ

ອະດີດນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ສ້າງບັນດາຂີດໝາຍທາງດ້ານການທູດ

(VOVWORLD) -ອະດີດນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ໄດ້ຮັບການເລືອກຕັ້ງເປັນ ນາຍົກລັດຖະມົນຕີຫວຽດນາມຜ່ານ 2 ອາຍຸການ. ທ່ານໄດ້ບໍລິຫານລັດຖະບານໃນຖານະຕຳແໜ່ງເປັນນາຍົກລັດຖະມົນຕີຫວຽດນາມນັບແຕ່ເດືອນກັນຍາປີ 1997 ຫາເດືອນມີຖຸນາປີ 2006. ໃນຕະຫຼອດພາລະກິດຂອງຕົນ, ອະດີດນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ໄດ້ສ້າງບັນດາຂີດໝາຍທາງດ້ານການທູດ.