ຮັບຊົມຊຸດພາບແຕ​້​ມກ່ຽວກັບຮ່າໂນ້ຍຖືກແຕ້ມດວ້ຍຄວາມຮັກຂອງຈິດຕະກອນ ຊາວນະຄອນໂຮ່ຈີມິນ

(VOVWORLD) -ຈາກມຸມມອງຂອງລຸກຮັກຂອງນະຄອນໂຮ່ຈີມິນ ທີ່ສຸມຈິດສຸມໃຈກັບນະຄອນຫຼວງ, ຈິດຕະກອນ ຮ່ວາງຟອງ ຫາກໍ່ແນະນຳຕໍ່ຜູ້ຊົມຊຸດພາບແຕ້ມທີ່ປະທັບໃຈກ່ຽວກັບ ຮ່າໂນ້ຍ ທີ່ມີຊື່ວ່າ “ຄວາມຮັກແພງຕໍ່ຄຸ້ນຖະໜົນ”.

ຊຸດພາບແຕ້ມລວມມີ 28 ແຜ່ນກ່ຽວກັບບັນດາ ແຈຖະໜົນ ທີ່ຮ່າໂນ້ຍ ໄດ້ຮັບການປະຕິບັດນັບແຕ່ທ້າຍປີ 2017 ມາຮອດປັດຈຸບັນ, ຈິດຕະກອນແບ່ງປັນວ່າ: “ທ້າຍປີ 2017, ເຮົາໄດ້ມີໂອກາດໄປຢາມຮ່າໂນ້ຍ, ຈາກນັ້ນ ຮ່າໂນ້ຍ ໄດ້ດຶງດູດໃຈເຮົາ. ເຮົາມີຄວາມປະທັບໃຈທີ່ສຸດ ໃນຍາມເຊົ້າຕູ ຫຼືໃນຈຸດເວລາພາຍຫຼັງ 10 ໂມງຕອນຄ່ຳ, ຄຸ້ມຖະໜົນຮ່າໂນ້ຍ ໃນ ຊ່ວງເວລານັ້ນ ແມ່ນມິດງຽບ ແລະ ສະຫງົບສຸກ.”
ຮັບຊົມຊຸດພາບແຕ​້​ມກ່ຽວກັບຮ່າໂນ້ຍຖືກແຕ້ມດວ້ຍຄວາມຮັກຂອງຈິດຕະກອນ ຊາວນະຄອນໂຮ່ຈີມິນ - ảnh 1
ໂຮງຮຽນ ຈຶງເວືອງ

ສຳລັບຈິດຕະກອນ ຮ່ວາງຟອງ ແລ້ວ, ຮ່າໂນ້ຍຍັງເຂັ້ມຄົ້ນໄປດ້ວຍສີສັນສະໄໝລ່າເມືອງຂຶ້ນຝລັ່ງ ສະແດງອອກຜ່ານຈຸດພິເສດສະເພາະຂອງ ສະຖາປັດຕະຍາກຳຂອງໂຮງຮຽນ, ເຮືອນວີນລາ ຕະຫຼອດຮອດ ຫໍພິພິທະພັນ ບັນດາສຳນັກງານຂອງລັດ.

ຮັບຊົມຊຸດພາບແຕ​້​ມກ່ຽວກັບຮ່າໂນ້ຍຖືກແຕ້ມດວ້ຍຄວາມຮັກຂອງຈິດຕະກອນ ຊາວນະຄອນໂຮ່ຈີມິນ - ảnh 2
ມະຫາວິທະຍາໄລສັງລວມ ຮ່າໂນ້ຍ

ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນ ຢູ່ນະຄອນ ໂຮ່ຈີມິນ. ຮ່ວາງຟອງເກີດປີ 1987 ໄດ້ມີຄວາມຜູກພັນກັບອາຊີບ ເປັນ ຈິດຕະກອນມາເປັນເວລາກ່ວາ 10 ປີ.

ຮັບຊົມຊຸດພາບແຕ​້​ມກ່ຽວກັບຮ່າໂນ້ຍຖືກແຕ້ມດວ້ຍຄວາມຮັກຂອງຈິດຕະກອນ ຊາວນະຄອນໂຮ່ຈີມິນ - ảnh 3
ຖະໜົນລະດູບານໃໝ່

ຊຸດພາບແຕ້ມ ແມ່ນຄວາມໃນໃຈຂອງ ຈິດຕະກອນ ທີ່ໄດ້ຝາກຝັງໃນຮູບແຕ້ມກ່ຽວກັບຮ່າໂນ້ຍຂອງຕົນ. ລາວໄດ້ເຮັດຢ່າງລະອຽດໃນວິທີ ເຮັດໂຄງຮ່າງ, ວິທີປະສົມສີ ຈິດໃຈກ່ຽວກັບຮ່າໂນ້ຍທີ່ລາວຢາກສົ່ງເຖິງຜູ້ຊົມ.

ຮັບຊົມຊຸດພາບແຕ​້​ມກ່ຽວກັບຮ່າໂນ້ຍຖືກແຕ້ມດວ້ຍຄວາມຮັກຂອງຈິດຕະກອນ ຊາວນະຄອນໂຮ່ຈີມິນ - ảnh 4
ຮ່າໂນ້ຍໃນຍາມເຊົ້າລະດູໜາວ

ເມື່ອເວົ້າເຖິງ ການຄາດຄະເນ ທີ່ຈະມາເຖິງນີ້ ພາຍຫຼັງດັບມອດ ໂລກລະບາດໂຄວິດ - 19, ຮ່ວາງຟອງ ປາດຖະໜາວ່າ ລາວອາດຈະ ຈັດງານວາງສະແດງ ສະເພາະກ່ຽວກັບຮູບແຕ້ມຮ່າໂນ້ຍ ຢູ່ດິນແດນແຫ່ງນີ້.

ຮັບຊົມຊຸດພາບແຕ​້​ມກ່ຽວກັບຮ່າໂນ້ຍຖືກແຕ້ມດວ້ຍຄວາມຮັກຂອງຈິດຕະກອນ ຊາວນະຄອນໂຮ່ຈີມິນ - ảnh 5
ແຈໜຶ່ງຂອງເຮືອນວີລາ ຝລັ່ງເກົ່າ
ຮັບຊົມຊຸດພາບແຕ​້​ມກ່ຽວກັບຮ່າໂນ້ຍຖືກແຕ້ມດວ້ຍຄວາມຮັກຂອງຈິດຕະກອນ ຊາວນະຄອນໂຮ່ຈີມິນ - ảnh 6
ໂບດໃຫຍ່ຮ່າໂນ້ຍ
ຮັບຊົມຊຸດພາບແຕ​້​ມກ່ຽວກັບຮ່າໂນ້ຍຖືກແຕ້ມດວ້ຍຄວາມຮັກຂອງຈິດຕະກອນ ຊາວນະຄອນໂຮ່ຈີມິນ - ảnh 7
ໂບດເກືອບັກ, ຮ່າໂນ້ຍ
ຮັບຊົມຊຸດພາບແຕ​້​ມກ່ຽວກັບຮ່າໂນ້ຍຖືກແຕ້ມດວ້ຍຄວາມຮັກຂອງຈິດຕະກອນ ຊາວນະຄອນໂຮ່ຈີມິນ - ảnh 8
ເຮືອນວີລາ ຝລັ່ງເກົ່າ
ຮັບຊົມຊຸດພາບແຕ​້​ມກ່ຽວກັບຮ່າໂນ້ຍຖືກແຕ້ມດວ້ຍຄວາມຮັກຂອງຈິດຕະກອນ ຊາວນະຄອນໂຮ່ຈີມິນ - ảnh 9
ເຮືອນ ເລກທີ 41 ຖະໜົມເຈິ່ນຮຶງດ້າວ, ຮ່າໂນ້ຍ
ຮັບຊົມຊຸດພາບແຕ​້​ມກ່ຽວກັບຮ່າໂນ້ຍຖືກແຕ້ມດວ້ຍຄວາມຮັກຂອງຈິດຕະກອນ ຊາວນະຄອນໂຮ່ຈີມິນ - ảnh 10
ປະຕູໂຂງເກົ່າເຂົ້າຮ່າໂນ້ຍ ໂອກວານເຈືອງ
ຮັບຊົມຊຸດພາບແຕ​້​ມກ່ຽວກັບຮ່າໂນ້ຍຖືກແຕ້ມດວ້ຍຄວາມຮັກຂອງຈິດຕະກອນ ຊາວນະຄອນໂຮ່ຈີມິນ - ảnh 11
ຖະໜົນເກົ່າຮ່າໂນ້ຍ

ຕອບກັບ

ຂ່າວ/ບົດ​ອື່ນ