ເຂດທ່ອງທ່ຽວວັດຕາມຈຸກ - ສະຖານທີ່ຈັດຕັ້ງ ວັນບຸນວິສາຂະບູຊາ Vesak 2019

(VOVWORLD) -  ວັນບຸນວິສາຂະບູຊາສະຫະປະຊາຊາດ - Vesak 2019  ຖືກດຳເນີນແຕ່ວັນທີ 12 ຫາ ວັນທີ 14 ພຶດສະພາ ປີ 2019 ຢູ່ສູນວັດທະນະທຳພຸດທະສາສະໜາຕາມຈຸກ ທີ່ເມືອງ ກີມບ໋າງ ແຂວງ ຮ່ານາມ ດ້ວຍຫົວຂໍ້ວ່າ: ວິທີສຳພັດຂອງພຸດທະສາສະໜາກ່ຽວກັບການນຳພາທົ່ວໂລກ ແລະ ກ່ຽວກັບຄວາມຮັບຜິດຊອບ ພ້ອມກັນແບ່ງປັນເພື່ອສັງຄົມທີ່ໝັ້ນຄົງ.

ນີ້ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວວັດທະນະທຳ ທີ່ມີລັກສະນະສາກົນ ຂອງສະຫະປະຊາຊາດ ແນໃສ່ເຊີດຊູຄຸນຄ່າວັດທະນະທຳມະນຸດ, ສັນຕິພາບຂອງມວນມະນຸດ. ງານບຸນວິສາຂະບູຊາ Vesak 2019 ມີການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 112 ປະເທດ ແລະ ເຂດແຄ້ວນ; ມີບັນດາຜູ້ແທນສາກົນກວ່າ 570 ຄະນະ; ຜູ້ແທນສາກົນ 1.650 ຄົນ, ໃນນັ້ນມີບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ປະທານ ແລະ ການນຳບັນດາສະມາຄົມພຸດທະສາສະໜາ ພ້ອມກັບປະມຸກລັດຂອງບັນດາປະເທດອີກຫຼາຍທ່ານ.

       ຫວຽດນາມ ໄດ້ເປັນເຈົ້າພາບຕັ້ງເຫດການພຸດທະສາສະໜາສາກົນນີ້ມາສອງຄັ້ງແລ້ວ. ຄັ້ງທີ່ໜຶ່ງແມ່ນຈັດຂຶ້ນໃນປີ 2008 ຢູ່ ຮ່າໂນ້ຍ; ຄັ້ງທີສອງຖືກຈັດຂຶ້ນຢູ່ ວັດບ໊າຍດິ໊ງ ແຂວງ ນິງບິ່ງ ໃນປີ 2014. ຜ່ານການຈັດຕັ້ງສອງຄັ້ງ,  ຫວຽດນາມ ໄດ້ສ້າງຄວາມປະທັບໃຈອັນດີງາມ ໃຫ້ແກ່ຜູ້ແທນສາກົນກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ທີ່ມີຈິດໃຈຮັກແພງແຂກ.

        ວັນບຸນວິສາຂະບູຊາສະຫະປະຊາຊາດປີນີ້  ເຊິ່ງຖືກຈັດຂຶ້ນຢູ່ ຫວຽດນາມ ຈະດຳເນີນຢູ່ເຂດທ່ອງທ່ຽວ ວັດຕາມຈຸກ ທີ່ເມືອງ ກີມບ໋າງ ແຂວງ ຮ່ານາມ, ຫ່າງຈາກໃຈກາງ ຮ່າໂນ້ຍ ປະມານ 60 ກິໂລແມັດ.

       ເຂດທ່ອງທ່ຽວວັດຕາມຈຸກມີເນື້ອທີ່ເກືອບ 5.100 ເຮັກຕາ, ໃນນັ້ນພື້ນທີ່ກໍ່ສ້າງ ວັດຕາມຈຸກ ກວ້າງ 144 ເຮັກຕາ ເຊິ່ງປະກອບດ້ວຍທາດແກ້ວ, ຫໍບູຊາສາດສະດາ, ຫໍບູຊາເຈົ້າແມ່ກວນອິມ, ປະຕູໂຂງ…

    ພ້ອມກັນຢ້ຽມຊົມຮູບພາບເຂດທ່ອງທ່ຽວ ວັດຕາມຈຸກ ເຊິ່ງແມ່ນແຫ່ງຈະດຳເນີນວັນບຸນວິສາຂະບູຊາສະຫະປະຊາຊາດ Vesak 2019. 

 ເຂດທ່ອງທ່ຽວວັດຕາມຈຸກ - ສະຖານທີ່ຈັດຕັ້ງ ວັນບຸນວິສາຂະບູຊາ Vesak 2019 - ảnh 1
 ເຂດທ່ອງທ່ຽວວັດຕາມຈຸກ - ສະຖານທີ່ຈັດຕັ້ງ ວັນບຸນວິສາຂະບູຊາ Vesak 2019 - ảnh 2
 ເຂດທ່ອງທ່ຽວວັດຕາມຈຸກ - ສະຖານທີ່ຈັດຕັ້ງ ວັນບຸນວິສາຂະບູຊາ Vesak 2019 - ảnh 3
 ເຂດທ່ອງທ່ຽວວັດຕາມຈຸກ - ສະຖານທີ່ຈັດຕັ້ງ ວັນບຸນວິສາຂະບູຊາ Vesak 2019 - ảnh 4
 ເຂດທ່ອງທ່ຽວວັດຕາມຈຸກ - ສະຖານທີ່ຈັດຕັ້ງ ວັນບຸນວິສາຂະບູຊາ Vesak 2019 - ảnh 5
 ເຂດທ່ອງທ່ຽວວັດຕາມຈຸກ - ສະຖານທີ່ຈັດຕັ້ງ ວັນບຸນວິສາຂະບູຊາ Vesak 2019 - ảnh 6
 ເຂດທ່ອງທ່ຽວວັດຕາມຈຸກ - ສະຖານທີ່ຈັດຕັ້ງ ວັນບຸນວິສາຂະບູຊາ Vesak 2019 - ảnh 7
 ເຂດທ່ອງທ່ຽວວັດຕາມຈຸກ - ສະຖານທີ່ຈັດຕັ້ງ ວັນບຸນວິສາຂະບູຊາ Vesak 2019 - ảnh 8
 ເຂດທ່ອງທ່ຽວວັດຕາມຈຸກ - ສະຖານທີ່ຈັດຕັ້ງ ວັນບຸນວິສາຂະບູຊາ Vesak 2019 - ảnh 9
 ເຂດທ່ອງທ່ຽວວັດຕາມຈຸກ - ສະຖານທີ່ຈັດຕັ້ງ ວັນບຸນວິສາຂະບູຊາ Vesak 2019 - ảnh 10
 ເຂດທ່ອງທ່ຽວວັດຕາມຈຸກ - ສະຖານທີ່ຈັດຕັ້ງ ວັນບຸນວິສາຂະບູຊາ Vesak 2019 - ảnh 11

ຕອບກັບ

ຂ່າວ/ບົດ​ອື່ນ