ເດືອນມີນາແມ່ນຍາມດອກງິ້ວບານສະພັ່ງເອ້ຄວາມງາມຢູ່ແຄມແມ່ນ້ຳເທືອງ

(VOVWORLD) -ແຕ່ລະປີເມື່ອຮອດເດືອນມີນາ, ຕົ້ນດອກງິ້ວ ຢູ່ແຄມແມ່ນ້ຳເທືອງ (ບໍລິເວນບ້ານເຕິນໝີ, ຕາແສງລ້າງເຊີນ,  ເມືອງອຽນຢຸງ, ແຂວງບັກຢາງ) ໄດ້ພາກັນບານສະພັງເອ້ຄວາມງາມດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ຖ່າຍຮູບເປັນທີ່ລະນຶກ

ເດືອນມີນາແມ່ນຍາມດອກງິ້ວບານສະພັ່ງເອ້ຄວາມງາມຢູ່ແຄມແມ່ນ້ຳເທືອງ - ảnh 1
ບໍມີໃຜໄດ້ຮູ້ວ່າ ຕົ້ນງິ້ວໄດ້ມີມາແຕ່ຍາມໃດ, ແຕ່ກໍ່ມີບາງຄົນຢູ່ແຫ່ງນີ້ໄດ້ເວົ້າວ່າ ນີ້ແມ່ນຕົ້ນງິ້ວໄດ້ມີອາຍຸກ່ວາ 100 ປີ ແລະ ໄດ້ເປັນສັກຂີພິຍານການປ່ຽນແປງຢ່າງຫຼວງຫຼາຍຂອງ ມະນຸດແລະດິນແດນແຫ່ງນີ້.
 
 
ເດືອນມີນາແມ່ນຍາມດອກງິ້ວບານສະພັ່ງເອ້ຄວາມງາມຢູ່ແຄມແມ່ນ້ຳເທືອງ - ảnh 2
ສິ່ງທີ່ເຮັດໃຫ້ຕົ້ນງິ້ວຢູ່ລ້າງເຊີນກາຍເປັນພິເສດຫຼາຍຂຶ້ນເມື່ອໄດ້ຄົງຕົວຢູ່ຄຽງຂ້າງພະນາງບ່າໂກທີ່ເກົ່າແກ່
ເດືອນມີນາແມ່ນຍາມດອກງິ້ວບານສະພັ່ງເອ້ຄວາມງາມຢູ່ແຄມແມ່ນ້ຳເທືອງ - ảnh 3

ຊາວບ້ານເຕີນໝີໄດ້ເລົ່າສູ່ຟັງວ່າ ພະນາງບ່າໂກ ກໍ່ແມ່ນນາຍພົນຍິງຂອງເດທ໊າມ (1858-1913) ຊຶ່ງແມ່ນຜູ້ໄດ້ນຳພາກອງກຳລັງໄປປົກປັກຮັກສາເມືອງລ້າງເທືອງ. ໃນການປຸກຈົມຕີດັ່ງກ່າວ ພະນາງບ່າໂກໄດ້ຖືກສັດຕູປິດລ້ອມຕາມລາ ດັ່ງນັ້ນ ພະນາງໄດ້ແລ່ນໄປຂົວບັກຢາງ ເດັດດ່ຽວບໍ່ປະໃຫ້ສັດຕູ ຈັບຕົວ, ພະນາງໄດ້ໂດດລົງແມ່ນ້ຳເທືອງເພື່ອຂ້າຕົວຕາຍ. ຫຼັງຈາກນັ້ນ, ສົບຂອງພະນາງໄດ້ຖືກນ້ຳມ້ວນໄປບໍລິເວນ ຕັ້ງຫໍບູຊາໃນປັດຈຸບັນ ແລະ ໄດ້ຖືກຊາວທ້ອງຖິ່ນຈັດພິທີຟັ່ງສົບ ແລະ ປູກສ້າງຫໍບູຊາພະນາງບ່າໂກ

ເດືອນມີນາແມ່ນຍາມດອກງິ້ວບານສະພັ່ງເອ້ຄວາມງາມຢູ່ແຄມແມ່ນ້ຳເທືອງ - ảnh 4
ຕົ້ນງິ້ວຍາມໃດກໍ່ຕິດພັນກັບຊີວິດການເປັນຢູ່ຂອງຊາວກະສິກອນ, ດ້ວຍ ໝູ່ບ້ານເຂດບ້ານນາຫວຽດນາມ ທີ່ໜ້າຈັບໃຈ ແລະ ລຽບງ່າຍແຕ່ກໍ່ສະຫງ່າຜ່າເຜີຍ.
ເດືອນມີນາແມ່ນຍາມດອກງິ້ວບານສະພັ່ງເອ້ຄວາມງາມຢູ່ແຄມແມ່ນ້ຳເທືອງ - ảnh 5
ຮອດຍາມຕອນບ່າຍໃນແຕ່ລະມື້, ປະຊາຊົນຢູ່ອ້ອມບ້ານ ໄດ້ພາກັນຈູງຄວາຍນັ່ງພັກຜ່ອນຢູ່ໃຕ້ຮົ່ມເຢັນຂອງຕົ້ນງິ້ວ.
ເດືອນມີນາແມ່ນຍາມດອກງິ້ວບານສະພັ່ງເອ້ຄວາມງາມຢູ່ແຄມແມ່ນ້ຳເທືອງ - ảnh 6
ທັດສະນີຍະພາບ ຢູ່ ແຫ່ງທີ່ຕົ້ນງິ້ວລ້າງເຊີນມີຄວາມເພີ່ມຈິດເມື່ອຄົງຕົວຢູ່ແຄມແມ່ນ້ຳເທືອງທີ່ງົດງາມດັ່ງໃນຝັນ.
ເດືອນມີນາແມ່ນຍາມດອກງິ້ວບານສະພັ່ງເອ້ຄວາມງາມຢູ່ແຄມແມ່ນ້ຳເທືອງ - ảnh 7
ຜູ້ຄົນທັງຫຼາຍຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດໃນເວລາດ່ວງຕາເວັນຕົກ.
ເດືອນມີນາແມ່ນຍາມດອກງິ້ວບານສະພັ່ງເອ້ຄວາມງາມຢູ່ແຄມແມ່ນ້ຳເທືອງ - ảnh 8
ດອກງິ້ວມີກີບໜາ, ໃນຍາມບານສະພັງດອກງິ້ວມີສີແດງ ຄືດັ່ງທວນໄຟແຈ້ງສະຫວ່າງຢູ່ບໍລິເວນແຈ່ໜຶ່ງຂອງທ້ອງຟ້າ
ເດືອນມີນາແມ່ນຍາມດອກງິ້ວບານສະພັ່ງເອ້ຄວາມງາມຢູ່ແຄມແມ່ນ້ຳເທືອງ - ảnh 9
ໃນຊຸມປີມໍ່ໆມານີ້, ຮອດຍາມເດືອນມີນາ, ຕົ້ນງິ້ວລ້າງເຊີນມີດອກບານສະພັງຢ່າງງົດງາມ ອັນໄດ້ດຶງດູດປະຊາຊົນມາຢ້ຽມຊົມແລະຖ່າຍຮູບເປັນທີ່ລະນຶກຢ່າງຫຼວງຫຼາຍ.
ເດືອນມີນາແມ່ນຍາມດອກງິ້ວບານສະພັ່ງເອ້ຄວາມງາມຢູ່ແຄມແມ່ນ້ຳເທືອງ - ảnh 10
ມີແຂກທ່ອງທ່ຽວຫຼາຍຄົນທີ່ມາຈາກຕ່າງແຂວງ, ເຂົາເຈົ້າໄດ້ນັບຖືຈຸດທູບໄຕ້ທຽນຢູ່ຫໍບູຊາແລ້ວກໍ່ຢ້ຽມຊົມທິວທັດ ແລະ ພ້ອມກັນຖ່າຍຮູບຢູ່ຄຽງຂ້າງຕົ້ນງິ້ວເປັນທີ່ລະນຶກ.
ເດືອນມີນາແມ່ນຍາມດອກງິ້ວບານສະພັ່ງເອ້ຄວາມງາມຢູ່ແຄມແມ່ນ້ຳເທືອງ - ảnh 11
ຕົ້ນດອກງິ້ວໄດ້ບານສະພັງດ້ວຍຄວາມງາມກໍ່ເຮັດໃຫ້ຜູ້ຄົນທັງຫຼາຍຄິດເຖິງໄລຍະໜຶ່ງຄາວເຍົາໄວ
ເດືອນມີນາແມ່ນຍາມດອກງິ້ວບານສະພັ່ງເອ້ຄວາມງາມຢູ່ແຄມແມ່ນ້ຳເທືອງ - ảnh 12
ເດືອນມີນາແມ່ນຍາມດອກງິ້ວບານສະພັ່ງເອ້ຄວາມງາມຢູ່ແຄມແມ່ນ້ຳເທືອງ - ảnh 13
ຖ້າຫາກໃນມື້ໃດມືຶ້ໜຶ່ງເຮົາພົບເຫັນຕົ້ນງິ້ວຢູ່ບ່ອນໃດໜຶ່ງ, ຮູບພາບຄາວເຍົາໄວຂອງທຸກໆຄົນຈະໄດ້ປະກົດຂຶ້ນໃນສະໝອງຂອງຕົນ.


ຕອບກັບ

ຂ່າວ/ບົດ​ອື່ນ