Media /
1. ບັນດາເນື້ອທີ່ເຂົ້ານາທາມໃນທ່າມກາງແສງແດດຍາມສາຍັນ. ມາຢ້ຽມຢາມໝູ່ກັງຈາຍຍາມປັກດຳເພື່ອຮັບຊົມພາບພົດທີ່ງົດງາມດັ່ງໃນຝັນຢູ່ເຂດພູດອຍ.
ສີຂຽວຍາມໃດກໍແມ່ນສີສັນແຫ່ງພະລັງຊີວິດ, ຄວາມເຊື່ອໝັ້ນ ແລະ ປາດຖະໜາເມື່ອກ້າວເຂົ້າສູ່ລະດູການຜະລິດໃໝ່.
ສີສັນຫຼາກຫຼາຍຢູ່ຮອມພູກາວຟ້າໃນຍາມປັກດຳ.
ຊາວເຜົ່າມົ້ງດຸໝັ້ນອອກແຮງງານຢູ່ຕາມເນື້ອທີ່ນາຂັ້ນໄດ
ຊາວກະສີກອນ ກັບຄືນບ້ານພາຍຫຼັງອອກແຮງງານດ້ວຍຄວາມອິດເມື່ອຍ
ດວງຕາເວັນອອກໃນບ້ານລິມມົ້ງ
ດວງຕາເວັນຄ່ອຍເລື່ອນຂຶ້ນ, ເລີ່ມຕົ້ນມື້ໃໝ່ບົນເນື້ອທີ່ນາຂຽວອຸ່ມທຸ່ມ.
ຄວາມມີສະເໜ່ຂອງເດັກເຂດພູສູງ.
ທົ່ງນາພວມລໍ່ຖ້າການລົງມືອອກແຮງງານຂອງມະນຸດ.
ບັນດາເນື້ອທີ່ນາທີ່ພວມເປີດສາກໃຫ້ແກ່ພະລັງຊີວິດ, ຄວາມຫວັງຕໍ່ລະດູການຜະລິດໃໝ່
ຊາວກະສີກອນເຜົ່າມົ້ງລົງນາຍາມປັກດຳ.
ລະດູການຜະລິດໃໝ່ໄດ້ເລີ່ມຂຶ້ນ.
ທົ່ງນາແຫ້ງແລ້ງພວມຄ່ອຍຖ້ານ້ຳໄຫຼມາ.
ຄວາມງາມຂອງສີສັນຫຼາກຫຼາຍ
ທັດສະນີຍະພາບບ້ານລິມມົ້ງ ຍາມນ້ຳໄຫຼມາຮັບໃຊ້ການປັກດຳ.
ຮ່ອມພູກາວຟ້າມີນ້ຳໄຫຼມາໂດຍຫຼຽວເບິ່ງຈາກຍອດກີ່ວເຂົາຟ້າ.
ນ້ຳໄຫຼມາເຕັມທົ່ງນາໃນທ່າມກາງແສງແດດໃນຕອນທ່ຽງ.
ທົ່ງໄຮ່ຍາມສາຍັນ.
ຄວາມເບີກບານມ່ວນຊື່ນຂອງເດັກໃນລະດູການຜະລິດເຂົ້າ.

ໝູ່ກັງຈາຍຍາມນ້ຳໄຫຼ, ຄວາມງາມຂອງຮູບພາບຫຼາກຫຼາຍສີສັນ

(VOVWORLD) - ເມື່ອເວົ້າເຖິງໝູ່ກັງຈາຍ, ແຕ່ລະຄົນທີ່ເມົາມົວກັບການທ່ອງທ່ຽວ, ມັກຄົ້ນ         ຫານັ້ນ   ກໍເລີຍຄິດເຖິງທັດສະນີຍະພາບສີເຫຼືອງອາຮາມຂອງເນື້ອທີ່ນາຂັ້ນໄດທີ່ກ້ວາງໃຫຍ່ໄພສານ, ສະຫຼັບຊັບຊ້ອນ. ແຕ່ເມື່ອໄປໝູ່ກັງຈາຍໃນຍາມນ້ຳໄຫຼມາຮັບໃຊ້ການປັກດຳ, ບັນດາເພື່ອນຈະຕົກສະເງີ້ຕໍ່ໜ້າຄວາມງາມຂອງຮູບພາບຫຼາກຫຼາຍສີສັນ. ສີຂອງດິນ, ສີຂອງນາປະສານກັບສີຂອງພູຜາປ່າໄມ້ ແລະ ການດຳລົງຊີວິດ ອັນໄດ້ສ້າງຄວາມງາມຂອງສິ່ງທີ່ມະຫັດສະຈັນ, ມີລັກສະນະເພິ່ນຈິດໃນທ່າມກາງຄວາມລຽບງ່າຍ, ຮົກເຮື້ອວ່າງເປົ່າ.

ນັກຂ່າວ, ເພື່ອນຮ່ວມງານ ໂງແທງຫາຍ