175ປະເທດລົງນາມໃນຂໍ້ຕົກລົງປາຣີ
ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ
(ພາບ: Getty)
(vovworld)- ເຫດການສຳຄັນດັ່ງກ່າວຖືກດຳເນີນໄປໃນວັນທີ 22/4 ຢູ່ສຳນັກງານ ສປຊ ທີ່ນິວຢອກ ສະຫະລັດອາເມລິກາ. ນີ້ແມ່ນບາດກ້າວສຳຄັນ ອາດຈະນຳຂໍ້ຕົກລົງຕ້ານການປ່ຽນແປງຂອງດິນຟ້າອາກາດທົ່ວໂລກມີຜົນສັກສິດກ່ອນຄາດໝາຍໃນຫລາຍປີ. ເຂົ້າຮ່ວມພິທີລົງນາມ ມີປະມຸກລັດຫລາຍປະເທດ. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ເຈີນຮົ່ງ, ລັດຖະມົນຕີວ່າການກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.
ເມື່ອຕອບສຳພາດຕໍ່ນັກຂ່າວຢູ່ນອກພິທີລົງນາມ, ທ່ານ ລັດຖະມົນຕີ ເຈີນຮົ່ງ ໄດ້ເນັ້ນຫນັກວ່າງ: ເຖິງວ່າຂໍ້ຕົກລົງພຽງແຕ່ເລີ່ມຕົ້ນມີຜົນສັກສິດນັບແຕ່ຫລັງປີ 2020 ກໍຕາມ, ແຕ່ປະຈຸບັນ ຂໍ້ຕົກລົງ ປາຣີ ໄດ້ ແລະ ພວມເປີດບັນດາກາລະໂອກາດອັນໃຫຍ່ຫລວງໃຫ້ແກ່ບັນດາປະເທດ, ໃນນັ້ນມີຫວຽດນາມ. ນີ້ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ຕີລາຄາຄືນຮູບແບບພັດທະນາສ່ວນຫລາຍອີງໃສ່ຄ່າແຮງງານຕ່ຳ, ຊັບພະຍາກອນທຳມະຊາດ ເພື່ອຫັນໄປສູ່ຮູບແບບພັດທະນາຂຽວ, ບໍ່ກໍ່ມົນລະພິດເຖິງສິ່ງແວດລ້ອມ. ພ້ອມທັງກໍແມ່ນຈຸດເວລາຍາດແຍ່ງແຫລ່ງກຳລັງ, ບົດຮຽນ, ເຕັກໂນໂລຊີຂອງບັນດາປະເທດກ້າວຫນ້າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.