20 ລ້ານຄົນໄດ້ຊົມໃຊ້ບ້ວງເງິນໜູນຊ່ວຍ,ຮັບປະກັນຊີວິດສັງຄົມ

(VOVWORLD) -ຄາດວ່າຈະມີເກືອບ 20 ລ້ານຄົນໃນເປົ້າໝາຍນະໂຍບາຍແລະຜູ້ອອກແຮງງານໄດ້ຊົມໃຊ້ຈາກບ້ວງເງິນດັ່ງກ່າວ.

20 ລ້ານຄົນໄດ້ຊົມໃຊ້ບ້ວງເງິນໜູນຊ່ວຍ,ຮັບປະກັນຊີວິດສັງຄົມ - ảnh 1 ບ້ວງເງິນນີ້ແມ່ນປະມານ 61.580 ຕື້ດົ່ງ (ເທົ່າກັບ 2,6 ຕື້ USD)

(ພາບປະກອບ: TTXVN)

ຕາມການປະກາດຂອງລັດຖະບານກ່ຽວກັບບ້ວງເງິນໜູນຊ່ວຍຜູ້ອອກແຮງງານ, ຮັບປະກັນຊີວິດສັງຄົມເພື່ອຮັບມືກັບບັນດາຜົນກະທົບທີ່ຫຍໍ້ທໍ້ຈາກໂລກລະບາດໂຄວິດ-19, ທ່ານລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະແລະສັງຄົມຫວຽດນາມດ່າວງອັກຢຸງໃຫ້ຮູ້ວ່າ, ຄາດວ່າຈະມີເກືອບ 20 ລ້ານຄົນໃນເປົ້າໝາຍນະໂຍບາຍແລະຜູ້ອອກແຮງງານໄດ້ຊົມໃຊ້ຈາກບ້ວງເງິນດັ່ງກ່າວ.

ຄາດຄະເນວ່າ, ຂອບຂະໜາດຂອງບ້ວງເງິນນີ້ແມ່ນປະມານ 61.580 ຕື້ດົ່ງ (ເທົ່າກັບ 2,6 ຕື້ USD), ໃນນັ້ນງົບປະມານຂອງລັດໜູນຊ່ວຍແມ່ນປະມານ 35.880 ຕື້ດົ່ງ (ເທົ່າກັບ 1,5 ຕື້ USD).ກະຊວງແຮງງານ - ທະຫານເສຍອົງຄະແລະສັງຄົມສະເໜີໃຫ້ບຸລິມະສິດໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ບັນດາເປົ້າໝາຍອຸປະກາລະ, ຜູ້ທີ່ມີຄວາມສ່ຽງສູງກວ່າເພີ່ນ, ຄອບຄົວທຸກຍາກ, ຄອບຄົວໃກ້ຈະຈັດເຂົ້າໃນບັນຊີລາຍຊື່ຄອບຄົວທຸກຍາກ, ຜູ້ອອກແຮງງານທີ່ຖືກໂຈະສັນຍາແຮງງານ, ຜູ້ທີ່ພັກງານຍ້ອນໂລກລະບາດແຕ່ບໍ່ໄດ້ຮັບເງິນເດືອນ…ດ້ວຍລະດັບການໜູນຊ່ວຍເປັນເງິນສົດໃນຮອບເວລາ 3 ເດືອນ (ເດືອນເມສາ, ພຶດສະພາ, ມິຖຸນາ).ທ່ານດ່າວງອັກຢຸງຢືນຢັນວ່າ.

“ທາງກະຊວງໄດ້ແນະນຳໃຫ້ບັນດາອົງການ, ຫົວໜ່ວຍເພື່ອຜັນຂະຫຍາຍ, ໂດຍສະເພາະແມ່ນນະໂຍບາຍກ່ຽວທີ່ຂ້ອງເຖິງການຢຸດຕິຊົ່ວຄາວການປະກອບການ, ນະໂຍບາຍຮັບປະກັນການວ່າງງານ…ພ້ອມທັງສະເໜີຕໍ່ນາຍົກລັດຖະມົນຕີບັນດາມາດຕະການແກ້ໄຂ, ເຮັດວຽກໂດຍກົງກັບກະຊວງການເງິນ, ກະຊວງແຜນການແລະການລົງທຶນ, ທະນາຄານເພື່ອມີນະໂຍບາຍໜູນຊ່ວຍຢ່າງທັນການ”.

ຕອບກັບ

ຂ່າວ/ບົດ​ອື່ນ