25 ປີ ຫວຽດນາມ ເປັນສະມາຊິກ ອາຊຽນ: ຫວຽດນາມ ແມ່ນ “ສະມາຊິກອັນລ້ຳຄ່າ” ຂອງປະຊາຄົມບັນດາປະເທດ ອາຊຽນ

(VOVWORLD) - ທ່ານ Noel Servigon ເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ຕາງໜ້າ ຟິລິບປີນ ຢູ່ ອາຊຽນ, ຕີລາຄາ ຫວຽດນາມ ແມ່ນ “ສະມາຊິກອັນລ້ຳຄ່າ” ຂອງປະຊາຄົມບັນດາປະເທດ ອາຊຽນ. 

ທ່ານ Noel Servigon ເນັ້ນໜັກວ່າ ຫວຽດນາມ ໄດ້ຕັ້ງໜ້າຍົກອອກຫຼາຍຂໍ້ລິເລີ່ມຄວາມສຳຄັນ, ພ້ອມທັງນຳພາບັນດາຄວາມມານະພະຍາຍາມສືບຕໍ່ເຮັດໃຫ້ໂຄງການດຳເນີນງານ ແລະ ບົດຮຽນຂອງ ອາຊຽນ ອຸດົມສົມບຸນຂື້ນຕື່ມ.

25 ປີ ຫວຽດນາມ ເປັນສະມາຊິກ ອາຊຽນ: ຫວຽດນາມ ແມ່ນ “ສະມາຊິກອັນລ້ຳຄ່າ” ຂອງປະຊາຄົມບັນດາປະເທດ ອາຊຽນ - ảnh 1ທ່ານ Noel Servigon (ພາບ: TTXVN/Vietnamplus)

ຕາມທ່ານ Noel Servigon, ບັນດາຜົນກະທົບຢ່າງຕັ້ງໜ້າຈາກອາຍຸການເປັນປະທານ ອາຊຽນ ປີ 2010 ຂອງ ຫວຽດນາມດ້ວຍຫົວຂໍ້ “ມຸ່ງໄປເຖິງປະຊາຄົມ ອາຊຽນ: ຈາກວິໄສທັດຕະຫຼອດຮອດການກະທຳ” ຍັງຄົງສືບຕໍ່ແຜ່ຂະຫຍາຍ, ໃນນັ້ນມີການຊຸກຍູ້ສົນທິສັນຍາພາກພື້ນ ອາຊີຕາເວັນອອກສຽງໃຕ້ ປອດອາວຸດນິວຄະເລຍຢູ່ບັນດາເວທີປາໄສຫຼາຍຝ່າຍ, ເພີ່ມທະວີກອງປະຊຸມສຸດຍອດອາຊີຕາເວັນອອກດ້ວຍການຮັບເອົາບັນດາປະເທດບໍ່ແມ່ນສະມາຊິກຂອງ ອາຊຽນ ຕື່ມອີກ, ນຳພາບັນດາການປຶກສາຫາລືກ່ຽວກັບຄວາມມານະພະຍາຍາມຟື້ນຟູ ແລະ ຮັກສາການເງິນດ້ານການແພດຂອງພາກພື້ນພວມຟື້ນຟູຈາກວິກິດການການເງິນ, ຊຸກຍູ້ພັດທະນາແບບຍືນຍົງ, ຫຼຸດຊ່ອງວ່າງການພັດທະນາໃນ ອາຊຽນ, ຍູ້ແຮງການພັດທະນາພື້ນຖານໂຄງລ່າງ ແລະ ເຊືຶ່ອມຕໍ່ ອາຊຽນ…

ທ່ານ Noel Servigon ເນັ້ນໜັກວ່າ ຟິລິບປີນ ຕີລາຄາສູງການຊີ້ນຳນຳພາຂອງ ຫວຽດນາມ ແນໃສ່ຮັບປະກັນບັນດາແຜນການກະທຳນີ້ໃຫ້ສຳເລັດ ແລະ ປະກອບສ່ວນເພີ່ມທະວີການພົວພັນຕ່າງປະເທດຂອງ ອາຊຽນ ກ່ວາອີກ, ກໍ່ຄືຮັກສາບົດບາດໃຈກາງຂອງ ອາຊຽນ.

ທ່ານ Noel Servigon ກໍ່ເນັ້ນໜັກວ່າ ຜົນສຳເລັດຂອງ ຫວຽດນາມ ໃນການ ປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19 ໄດ້ກາຍເປັນຮູບແບບບໍ່ພຽງແຕ່ໃນ ອາຊຽນ ເທົ່ານັ້ນຫາກນັບທົ່ວໂລກອີກດ້ວຍ, ພ້ອມທັງຖືວ່າ ບັນດາຄວາມມານະພະຍາຍາມສົມທົບກັບໃນປີນີ້ຈະຊ່ວຍຮັບປະກັນບັນດາປະເທດສະມາຊິກອາຊຽນທັງໝົດບືນຕົວຂຶ້ນຢ່າງເຂັ້ມແຂງກ່ວາອີກ ແລະ ມີມາດຕະການດີກ່ວາເພື່ອຮັບມື ແລະ ຟື້ນຟູພາຍຫຼັງໂລກລະບາດເກີດຂື້ນໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ