25 ປີ​ແຫ່ງ​ວັນ​ຫວຽດ​ນາມ ເຂົ້າ​​ເປັນ​ສະ​ມາ​ຊິກອາ​ຊຽນ

(VOVWORLD) -  ໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງ ອາຊຽນ ແລະ 25 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ, ວັນທີ 28 ກໍລະກົດ ຢູ່ຮ່າໂນ້ຍໄດ້ດຳເນີນການໂອ້ລົມສົນທະນາ “25 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ: ຫວນຄືນ ແລະ ກ້າວໄປເຖິງ”. 
25 ປີ​ແຫ່ງ​ວັນ​ຫວຽດ​ນາມ ເຂົ້າ​​ເປັນ​ສະ​ມາ​ຊິກອາ​ຊຽນ - ảnh 1, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ: ຫວຽດນາມໄດ້ເຂົ້າເປັນສະມາຊິກອາຊຽນໃນປີ 1995 ແມ່ນຂີດໝາຍສຳຄັນ ສ້າງບາດກ້າວທີ່ສຳຄັນທີ່ສຸດໃນເສັ້ນທາງເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ. ບົດບາດຂອງຫວຽດນາມ ໃນຖານະຕຳແໜ່ງເປັນປະທານອາຊຽນ 2020 ພວມໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ເປັນພິເສດຈາກປະຊາຄົມສາກົນ. ໃນ 7 ເດືອນທີ່ຜ່ານມາ, ບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນບົດບາດເປັນປະທານອາຊຽນ ໄດ້ສະແດງໃຫ້ເຫັນຢ່າງຖືກຕ້ອງຕາມເນື້ອໃນຈິດໃຈສະໜິດຕິດພັນ ແລະ ເປັນເຈົ້າການຮັບມື. ທ່ານກ່າວວ່າ:

ບັນດາປະເທດຢູ່ໃນພາກພື້ນອາຊຽນ ແລະ ນອກອາຊຽນ ມີຄວາມໄວ້ເນື້ອເຊື່ອໃຈ ຕໍ່ຫວຽດນາມຫຼາຍທີ່ສຸດ ໃນປີເປັນປະທານອາຊຽນ, ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ປະຊາຄົມອາຊຽນ, ປະຊາຄົມສາກົນໄດ້ຕັ້ງຄວາມໄວ້ເນື້ອເຊື່ອໃຈຕໍ່ຫວຽດນາມ ຫຼາຍທີ່ສຸດ. ຄວາມໄວ້ເນື້ອເຊື່ອໃຈຂອງສາກົນທີ່ມີຕໍ່ຫວຽດນາມໃນປັດຈຸບັນແມ່ນມີຈຸດເລີ່ມຈົ້ນມາຈາກບັນດາການປະກອບສ່ວນຂອງຫວຽດນາມໃນວຽກງານສ້າງຕັ້ງປະຊາຄົມອາຊຽນໃນ 25 ປີທີ່ຜ່ານມາ, ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ