4 ປະເທດໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2021 – 2022

(VOVWORLD) - ວັນທີ 17 ມິຖຸນາ, 4 ປະເທດລວມມີ ອິນເດຍ, ເມັກຊີໂກ, ອຽກລັງ ແລະ ນອກແວ ໄດ້ຮັບໄຊຊະນະໃນການເລືອກຕັ້ງ ແລະ ກາຍເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2021 – 2022 ຢ່າງເປັນທາງການ.

ເມັກຊີໂກ ຕາງໜ້າໃຫ້ກຸ່ມປະເທດ ອາເມລິກາລາຕິນ ແລະ ເຂດ Caribe – ໄດ້ຮັບໄຊຊະນະດ້ວຍບັດສະໜັບສະໜູນ 187/192 ບັດ. ອິນເດຍ - ຕາງໜ້າໃຫ້ພາກພື້ນ ອາຊີ - ປາຊີຟິກ ຍາດໄດ້ບັດສະໜັບສະໜູນ 184 ບັດ. ນອກແວ ຍາດໄດ້ 130 ບັດ ແລະ ອຽກລັງ ຍາດໄດ້ 128 ບັດ.

        ຕາມຂໍ້ກຳນົດແລ້ວ, ບັນດາປະເທດທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງນັ້ນ ຈະດຳລົງບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງຢ່າງເປັນທາງການນັບແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ