43 ກິດຈະກຳໄດ້ຮັບລາງວັນປະດິດຄິດສ້າງວິທະຍາສາດ ເຕັກໂນໂລຊີ ຫວຽດນາມ ປີ 2022

(VOVWORLD) -    ລາງວັນ ປະດິດຄິດສ້າງວິທະຍາສາດ ເຕັກໂນໂລຊີ ຫວຽດນາມ ຈັດຂຶ້ນປະຈຳປີ ໄດ້ດຶງດູດການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດານັກວິທະຍາສາດ...
43 ກິດຈະກຳໄດ້ຮັບລາງວັນປະດິດຄິດສ້າງວິທະຍາສາດ ເຕັກໂນໂລຊີ ຫວຽດນາມ ປີ 2022 - ảnh 1ກອງປະຊຸມຂອງຄະນະຈັດຕັ້ງ
(ພາບ:VOV)

 

43 ກິດຈະກຳດີທີ່ສຸດຍາດໄດ້ລາງວັນປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ ປີ 2022. ພິທີສະຫລຸບ ແລະ ມອບລາງວັນປະດິດຄິດສ້າງວິທະຍາສາດ ເຕັກໂນໂລຊີ ຫວຽດນາມ ປີ 2022 ຈະຈັດຂຶ້ນໃນຕອນຄ່ຳວັນທີ 31 ຈະມາເຖິງ, ຢູ່ຮ່າໂນ້ຍ.

        ລາງວັນ ປະດິດຄິດສ້າງວິທະຍາສາດ ເຕັກໂນໂລຊີ ຫວຽດນາມ ຈັດຂຶ້ນປະຈຳປີ ໄດ້ດຶງດູດການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດານັກວິທະຍາສາດ, ບັນດານັກເຕັກໂນໂລຊີໃນທົ່ວປະເທດ. ບັນດາກິດຈະກຳຍາດໄດ້ລາງວັນ ໄດ້ ແລະ ພວມຖືກນຳໃຊ້ໃນການຜະລິດ, ນຳມາເຊິ່ງປະສິດທິຜົນເສດຖະກິດ - ສັງຄົມສູງ.

        ທ່ານ ປອ ເລຊວນຖາວ, ຮອງປະທານຜູ້ປະຈຳການກອງທຶນໜູນຊ່ວຍ ປະດິດຄິດສ້າງເຕັກນິກ ຫວຽດນາມ (VIFOTEC), ອົງການປະຈຳຂອງລາງວັນ ປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ ໃຫ້ຮູ້ວ່າ: ໃນຕະຫຼອດ 28 ປີຜ່ານມາ, ລາງວັນປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ ໄດ້ຢັ້ງຢືນອິດທິພົນຊື່ສຽງໃນຂົງເຂດປະດິດຄິດສ້າງວິທະຍາສາດເຕັກໂນໂລຊີທັງຢູ່ພາຍໃນ ແລະ ຕ່າງປະເທດເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ