6 ເດືອນຕົ້ນປີ, ຍອດເງິນລົງທຶນໂດຍກົງຈາກຕ່າງປະເທດ FDI ແມ່ນກວ່າ 20 ຕື້ USD

(VOVWORLD) -ໃນໄລຍະ 06 ເດືອນຕົ້ນປີ 2018, ຍອດເງິນລົງທຶນໂດຍກົງຈາກຕ່າງປະເທດ FDI ບັນລຸກວ່າ 20 ຕື້ USD, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ປັດຈຸບັນ,  ມີ 87 ປະເທດ ແລະ ເຂດແຄວ້ນ ມີໂຄງການລົງທຶນເຂົ້າຫວຽດນາມ. 
6 ເດືອນຕົ້ນປີ, ຍອດເງິນລົງທຶນໂດຍກົງຈາກຕ່າງປະເທດ FDI ແມ່ນກວ່າ 20 ຕື້ USD - ảnh 1 (ພາບປະກອບ) 

ໃນນັ້ນ, ຍີ່ປຸ່ນຢືນອັນດັບທີໜຶ່ງ ກວມກວ່າ 31% ຍອດເງິນລົງທຶນ, ຖັດຈາກນັ້ນ ແມ່ນ ສ.ເກົາຫຼີ, ສິງກະໂປ... ການລົງທຶນຈາກຕ່າງປະເທດ ໄດ້ສ້າງແບບວິທີ ດຶງດູດການລົງທຶນໃໝ່, ປະກອບສ່ວນຊຸກຍູ້ການເຕີບໂຕດ້ານເສດຖະກິດ, “ປຸກລຸກ” ແລະ ຍົກສູງປະສິດທິຜົນໃນການນໍາໃຊ້ບັນດາແຫຼ່ງກໍາລັງລົງທຶນຢູ່ພາຍໃນປະເທດ, ຊ່ວຍໂຄສະນາເຄື່ອງໝາຍການຄ້າແຫ່ງຊາດ, ຍົກສູງທ່ວງທ່າ ແລະ ກໍາລັງຂອງ ຫວຽດນາມ ໃນສະພາບການຫັນເປັນໂລກາພິວັດເທື່ອລະກ້າວ. ປອ ຫງວຽນມິງຟອງ ນັກຊ່ຽວຊານດ້ານເສດຖະກິດ ໄຈ້ແຍກວ່າ:

        “ພວກເຮົາພວມກ້າວເດີນຢ່າງຖືກທິດ ເຖິງວ່າຍັງ ຊັກຊ້າຢູ່ໃນທ່າອ່ຽງການເຊື່ອມໂຍງ ແລະເຂົ້າຮ່ວມລະບົບທົ່ວໂລກກໍ່ຕາມ. ດ້ວຍສະພາບການນັ້ນ ເລື່ອງດຶງດູດໂຄງການ FDI ຕ້ອງແມ່ນວິສາຫະກິດທີ່ມີເຄື່ອງໝາຍການຄ້າ, ມີບັນດາເງື່ອນໄຂ ແລະ ບັນດາຜະລິດຕະພັນ ທີ່ມີມູນຄ່າເພີ່ມຂຶ້ນສູງ ກໍຄືພ້ອມແລ້ວທີ່ຈະມອບສົ່ງໃຫ້ຫວຽດນາມ. ພ້ອມກັນນັ້ນ, ພວກເຮົາກໍຕ້ອງມີຄວາມສາມາດໃນການຮັບເອົາ. ແນ່ນອນວ່າ ໄລຍະທໍາອິດ ແມ່ນສໍາຄັນ, ໝາຍຄວາມວ່າ ຕ້ອງມີວິສາຫະກິດເຂົ້າມາເຄື່ອນໄຫວ ພວກເຮົາຈຶ່ງມີທິດທາງ. ດ້ວຍເນື້ອໃນຈິດໃຈດັ່ງກ່າວນັ້ນ  ວຽກງານສົ່ງເສີມການລົງທຶນຕ້ອງມີຄວາມເປັນມືອາຊີບກວ່າ”.


 

ຕອບກັບ

ຂ່າວ/ບົດ​ອື່ນ