80ວິສາຫະກິດໄດ້ຮັບລາງວັນຄຸນນະພາບແຫ່ງຊາດ ແລະ ລາງວັນຄຸນນະພາບສາກົນປີ2015

80ວິສາຫະກິດໄດ້ຮັບລາງວັນຄຸນນະພາບແຫ່ງຊາດ ແລະ ລາງວັນຄຸນນະພາບສາກົນປີ2015 - ảnh 1
(ພິທີ​ມອບລາງວັນ​ຄຸນ​ນະພາ​ບ​ແຫ່ງ​ຊາດ ​
ແລະ ລາງວັນ​ຄຸນ​ນະພາ​ບສາກົນ​ປີ 2015)


(vovworld) - ພິທີ​ມອບລາງວັນ​ຄຸນ​ນະພາ​ບ​ແຫ່ງ​ຊາດ ​ແລະ ລາງວັນ​ຄຸນ​ນະພາ​ບສາກົນ​ປີ 2015 ​ໃຫ້ວິ​ສາ​ຫະກິດ 80 ​ແຫ່ງ ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 8/ຢູ່ ຮ່າ​ໂນ້ຍ. ​ຜ່ານ 20 ປີ​ແຫ່ງ​ການ​ພັດທະນາ​ຂອງ​ລາງວັນ​ຄຸນ​ນະພາ​ບ​ແຫ່ງ​ຊາດກໍ່​ເຫັນ​ວ່າ, ບັນດາ​ວິ​ສາ​ຫະກິດ​ໄດ້​ຮັບ​ລາງວັນ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ນຳ​ໜ້າ​ໃນ​ຂະ​ບວນການ​ສະມັດ​ຕະພາບ, ຄຸນ​ນະພາ​ບຂອງ​ຫວຽດນາມ. ​ເພື່ອ​ໄດ້​ຮັບ​ຜົນສຳ​ເລັດ, ບັນດາ​ວິ​ສາ​ຫະກິດ​ຕ້ອງ​ມີ​ການ​ປ່ຽນ​ໃໝ່, ນຳ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ ​ແລະ ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ຜະລິດ​ຕະພັນ, ສິນຄ້າ. ລາງວັນນີ້​ຈະ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ສືບ​ຕໍ່​ປະກອບສ່ວນ​ໃຫ້​ຜົນສຳ​ເລັດ​ຂອງ​ຂະ​ບວນການ​ສະມັດ​ຕະພາບ, ຄຸນ​ນະພາ​ບ​ແຫ່ງ​ຊາດ, ຈາກ​ນັ້ນ​ຍົກ​ສູງສະມັດ​ຕະພາບ, ຄຸນ​ນະພາ​ບຜະລິດ​ຕະພັນ​ສິນຄ້າ ​ແລະ ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ບັນດາ​ວິ​ສາ​ຫະກິດ, ກໍ່​ຄື​ຂອງ​ທັງ​ພື້ນຖານ​ເສດຖະກິດ. ​ໃນ 20 ປີຜ່ານມາ, ​ໄດ້​ມີ​ເກືອບ 1.700 ວິ​ສາ​ຫະກິດ​ໄດ້​ຮັບ​ລາງວັນ​ນີ້.

ຂ່າວ/ບົດ​ອື່ນ