ADB: ການ​ລົງ​ທຶນໃຫ້​ແກ່​ການ​ປ່ຽ​ນ​ແປງ​ໃໝ່, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ຊ່ວຍ​ອາ​ຊີ-ປາ​ຊີ​ຟິກ ພັດ​ທະ​ນາ ແລະ ເຕີບ​ໂຕ​ໄວ​ກ່​ວາ

(VOVWORLD) -ເພີ່ມທະວີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງກ່ວາອີກ ຈະຊ່ວຍໃຫ້ການເຕີບໂຕເສດຖະກິດຢູ່ພາກພື້ນອາຊີ-ປາຊີຟິກ ວ່ອງໄວ ແລະ ຮອບດ້ານກ່ວາ. ນີ້ແມ່ນຫົວເລື່ອງຂອງບົດລາຍງານແງ່ຫວັງການພັດທະນາອາຊີ (ADO) ປີ 2020 ໂດຍທະນາຄານພັດທະນາອາຊີ (ADB) ປະກາດ ເມື່ອວັນທີ 3 ເມສາ.
ADB: ການ​ລົງ​ທຶນໃຫ້​ແກ່​ການ​ປ່ຽ​ນ​ແປງ​ໃໝ່, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ຊ່ວຍ​ອາ​ຊີ-ປາ​ຊີ​ຟິກ ພັດ​ທະ​ນາ ແລະ ເຕີບ​ໂຕ​ໄວ​ກ່​ວາ - ảnh 1(ພາບປະກອບ:AFP)

   ບົດລາຍງານຊີ້ໃຫ້ເຫັນວ່າ ບັນດາປະເທດມີທ່າອ່ຽງປ່ຽນແປງໃໝ່, ມີຫົວຄິດປະດິດສ້າງກ່ວາອີກນັ້ນ, ພື້ນຖານເສດຖະກິດຈະມີການເຕີບໂຕໄວກ່ວາ ແລະກໍ່ຕາມບົດລາຍງານ, ການປ່ຽນແປງໃໝ່ແບບຍືນຍົງ  ໄດ້ຮຽກຮ້ອງຕ້ອງມີກຳລັງແຮງງານທີ່ມີຄວາມຮູ້ ແລະ ວິຊາສະເພາະ. ບົດລາຍງານເນັ້ນໜັກວ່າ ການບຳລຸງສ້າງຢູ່ກັບທີ່ ກໍ່ມີຄວາມສຳຄັນທີ່ສຸດ, ບັນດາບໍລິສັດທີ່ຈັດການບຳລຸງສ້າງໃຫ້ພາລະກອນ ອາດຈະມີການປ່ຽນແປງໃໝ່ຫຼາຍກ່ວາວິສາຫະກິດທີ່ບໍ່ໄດ້ຈັດ.

 ບົດລາຍງານສະຫລຸບວ່າ ບໍ່ມີທາງລັດ ເພື່ອບັນລຸໄດ້ບັນດາສັງຄົມທີ່ມີການປ່ຽນແປງໃໝ່ໃນພາກພື້ນ ແຕ່ຕ້ອງໄດ້ສ້າງຂຶ້ນດ້ວຍກຳລັງເຫື່ອແຮງຫຼາຍຢ່າງໃນໄລຍະຍາວນານ.

ຕອບກັບ

ຂ່າວ/ບົດ​ອື່ນ