ADB ຄາດຄະເນວ່າ ອາຊີ - ປາຊີຟິກ ເຕີບໂຕເປັນປົກກະຕິ ໂດຍບໍ່ຫົວຊາຕໍ່ຄວາມເຄັ່ງຕຶງດ້ານການຄ້າ

(VOVWORLD) -ການເຕີບໂຕຂອງບັນດາພື້ນຖານເສດຖະກິດພວມພັດທະນາຢູ່ພາກພື້ນ ອາຊີ - ປາຊີຟິກ ໃນຊຸມປີ 2018  ແລະ 2019 ຍັງຄົງໝັ້ນຄົງເຂັ້ມແຂງ, ໂດຍບໍ່ຫົວຊາຕໍ່ຄວາມເຄັ່ງຕຶງ ທີ່ນັບມື້ນັບເພີ່ມຂຶ້ນລະຫວ່າງ ອາເມລິກາ ແລະ ບັນດາຄູ່ຮ່ວມມືການຄ້າ.

ນີ້ແມ່ນເນື້ອໃນທີ່ໄດ້ຍົກອອກມາຈາກ ເອກະສານເພີ່ມເຕີ່ມໃສ່ບົດລາຍງານແງ່ຫວັງການພັດທະນາ ອາຊີ (ADO) ປີ 2018 ທີ່ປະກາດ ໃນວັນທີ 19 ກໍລະກົດ. ລະອຽດຄື ທະນາຄານພັດທະນາອາຊີ (ADB) ຄາດຄະເນວ່າ ໃນພາກພື້ນ ອາຊີ - ປາຊີຟິກ ລວມມີ 45 ພື້ນຖານເສດຖະກິດ ພວມພັດທະນາ ຈະບັນລຸລະດັບເຕີບໂຕ ແມ່ນ 6% ໃນປີ 2018 ແລະ 5,9% ໃນປີຕໍ່ໄປ, ເຊິ່ງມີຄວາມຄ້າຍຄືກັນກັບບັນດາການຄາດຄະເນ ທີ່ໄດ້ຍົກອອກມາກ່ອນໜ້ານັ້ນ.

        ສໍາລັບແຕ່ລະພາກພື້ນ, ADB ໃຫ້ຂໍ້ສັງເກດ ວ່າ ການເຕີີບໂຕຂອງພາກພື້ນ ອາຊີຕາເວັນອອກ ຍັງຄົງຢູ່ລະດັບ 6% ໃນປີ 2018 ແລະ 5,8% ໃນປີຕໍ່ໄປ ຕາມການຄາດຄະເນ ກ່ອນໜ້ານັ້ນ. ພິເສດ, ພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ໃນໂລກ ຄື ຈີນ ຈະຍັງຄົງບັນລຸໄດ້ລະດັບເຕີບໂຕ 6,6% ໃນປີ 2018 ແລະ 6,4% ໃນປີ 2019 ໃນສະພາບທີ່ ປັກກິ່ງ ພວມສືບຕໍ່ມານະພະຍາຍາມດຸ່ນດ່ຽງຄືນການເຕີບໂຕຕາມທິດເພີ່່ມ ການຈໍາໜ່າຍພາຍໃນປະເທດຂຶ້ນຕື່ມ.

        ໃນຂະນະນັ້ນ,ອາຊີໃຕ້ ສືບຕໍ່ ແມ່ນອະນຸພາກພື້ນ ມີລະດັບເຕີບໂຕໄວທີ່ສຸດ, ອິນເດຍ ເປັນປະເທດນໍາໜ້າ ເມື່ອພື້ນຖານເສດຖະກິດຄາດວ່າ ຈະບັນລຸລະດັບເຕີບໂຕ 7,3% ໃນປີ 2018 ແລະສືບຕໍ່ເພີ່ມຂຶ້ນເຖິງ 7,6% ໃນປີ 2019 ຍ້ອນມີບັນດາມາດຕະການປັບປຸງລະບົບທະນາຄານ ແລະ ການປະຕິຮູບພາສີ ຊ່ວຍເພີ່ມທະວີການລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ