ADB ເພີ່ມ​ທົບ3ເທົ່າຂອບ​ຂະ​ໜາດ​ບ້ວ​ງ​ເງິນ​ໜູ​ນ​ຊ່ວຍ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ຂຶ້ນ​ເຖິງ 20 ຕື້ USD

(VOVWORLD) -ວັນທີ 13 ເມສາ ທະນາຄານພັດທະນາອາຊີ (ADB) ໄດ້ຕົກລົງເພີ່ມບ້ວງເງິນໜູນຊ່ວຍການຮັບມືກັບໂລກລະບາດ Covid – 19 ຂຶ້ນທົບ 3 ເທົ່າ ເປັນຈຳນວນເງິນເຖິງ 20 ຕື້ USD ແລະ ຮັບຮອງເອົາບັນດາມາດຕະການຫຼຸດຜ່ອນການເຄື່ອນໄຫວ ເພື່ອແນໃສ່ສະໜອງການໜູນຊ່ວຍຢ່າງໄວວາ ແລະ ມີໄຫວພິບກ່ວາເກົ່າ. 
ADB ເພີ່ມ​ທົບ3ເທົ່າຂອບ​ຂະ​ໜາດ​ບ້ວ​ງ​ເງິນ​ໜູ​ນ​ຊ່ວຍ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ຂຶ້ນ​ເຖິງ 20 ຕື້ USD - ảnh 1ພາບປະກອບ 

ກ່ອນໜ້ານັ້ນໃນວັນທີ 18 ມີນາ, ADB ໄດ້ປະກາດບ້ວງເງິນໜູຊ່ວຍທີ່ມີມູນຄ່າ 6,5 ຕື້ USD ເພື່ອຊ່ວຍໃຫ້ບັນດາປະເທດສະມາຊິກພວມພັດທະນາຂອງ ADB ທີ່ປະເຊີນໜ້າກັບບັນດາຜົນກະທົບອັນຮ້າຍແຮງເສດຖະກິດມະຫາພາກທີ່ເກີດຍ້ອນໂລກລະບາດ Covid -19. ບ້ວງເງິນໜູນຊ່ວຍໃໝ່ນີ້ມີມູນຄ່າ 13,5 ຕື້ USD, ໃນນັ້ນມີເງິນ 2,5 ຕື້ USDແມ່ນທຶນກູ້ຢຶມບຸລິມະສິດ ແລະ ຊ່ວຍເຫຼືອລ້າ, ລວມມີການສ້າງກອງທຶນຮັບມືກັບໂລກລະບາດ Covid -19 ໃນຂອບເຂດກອງທຶນໜູນຊ່ວຍຕ້ານວິກິດການຕາມຮອບວຽນ ຂອງ ADB, ດ້ວຍຈຸດສຸມຢ່າງລະອຽດແມ່ນໃຫ້ສຳລັບຄົນທຸກຍາກ ແລະ ຜູ້ມີຄວາມສ່ຽງສູງກ່ວາໝູ່. ແຫຼ່ງເງິນທຶນຊ່ວຍເຫຼືອລ້າຈະສືບຕໍ່ໄດ້ຮັບການຜັນຂະຫຍາຍໂດຍໄວ ເພື່ອສະໜອງອຸປະກອນປ້ອງກັນໂລກພະຍາດສ່ວນຕົວ ແລະ ອຸປະກອນການແພດຈາກບັນດາແຫຼ່ງຊື້ຂາຍທີ່ໄດ້ເປີດກ້ວາງ. ເງິນປະມານ 2 ຕື້ USD ກໍ່ຈະໄດ້ສະໜອງໃຫ້ແກ່ພາກເອກະຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ