ADB: ເສດ​ຖະ​ກິດ ຫວຽດ​ນາມ ເຕີບ​ໂຕ​ຢ່າງ​ແຮງ ຍ້ອນ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -  ການເຕີບໂຕເສດຖະກິດຂອງ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະຟື້ນຟູຢູ່ໃນລະດັບ 6,7% ໃນປີນີ້ ໂດຍບໍ່ຫົວຊາຕໍ່ການແຜ່ລະບາດຄືນໃໝ່ຂອງໂລກລະບາດໂຄວິດ - 19 ຢູ່ ບັນດາປະເທດໃກ້ຄຽງ ແລະ ເພີ່ມຂຶ້ນລະດັບ 7% ໃນປີ 2022. 
ADB: ເສດ​ຖະ​ກິດ ຫວຽດ​ນາມ ເຕີບ​ໂຕ​ຢ່າງ​ແຮງ ຍ້ອນ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1(ພາບປະກອບ: TTXVN)

  ເຖິງຢ່າງໃດກໍຕາມ, ຍັງມີຄວາມສ່ຽງຫຼາຍຢ່າງ, ໃນນັ້ນ ມີການກາຍພັນຂອງເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ ແລະ ຄວາມຊັກຊ້າໃນການໂຄງການວັກຊິນຂອງ ລັດຖະບານ. ນີ້ແມ່ນການສັງເກດໃນບົດລາຍງານແງ່ຫວັງພັດທະນາ ອາຊີ (ADO) 2021 ຂອງ ທະນາຄານພັດທະນາ ອາຊີ (ADB) ໃນວັນທີ 28 ເມສາ. ບົດລາຍງານຂອງທະນາຄານ ADB ໃຫ້ຂໍ້ສັງເກດວ່າ, ທ່າເຕີບໂຕເສດຖະກິດ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ເພີ່ມຂຶ້ນ, ດ້ວຍບັນດາໂຄງການປະຕິຮູບ ເພື່ອແນໃສ່ການປັບປຸງສະພາບແວດລ້ອມດຳເນີນທຸລະກິດ ແລະ ການເຂົ້າຮ່ວມຂອງ ຫວຽດນາມ ໃນບັນດາສົນທິສັນຍາການຄ້າເສລີ ກັບສ່ວນຫຼາຍບັນດາພື້ນຖານເສດຖະກິດພັດທະນາ. ນອກຈາກນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ ຈະຊຸກຍູ້ການເຕີບໂຕເສດຖະກິດຂອງ ຫວຽດນາມ ຕາມທິດເພີ່ມການສົ່ງອອກ, ການລົງທຶນ ແລະ ເປີດກວ້າງການຄ້າ.


ຕອບກັບ

ຂ່າວ/ບົດ​ອື່ນ