ADB ແລະ OECD ຮ່ວມມືຊຸກຍູ້ການພັດທະນາຢູ່ ອາຊີ - ປາຊີຟິກ

(VOVWORLD) -  ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ອົງການນີ້ຈະພ້ອມກັນສົມທົບກັບ OECD ເພື່ອຊຸກຍູ້ການເຈລະຈານະໂຍບາຍ, ແບ່ງປັນຂໍ້ມູນຂ່າວສານ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ

ADB ແລະ OECD ຮ່ວມມືຊຸກຍູ້ການພັດທະນາຢູ່ ອາຊີ - ປາຊີຟິກ - ảnh 1 ການນຳສອງອົງການພາຍຫຼັງພິທີລົງນາມຢູ່ Bali

(ພາບ: adb.org)

ວັນທີ 10 ຕຸລາ, ທະນາຄານພັດທະນາອາຊີ (ADB) ແລະ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳໄລຍະ 5 ປີກ່ຽວກັບການເພີ່ມທະວີການຮ່ວມມືເພື່ອແນໃສ່ຊຸກຍູ້ບັນດານະໂຍບາຍ ແລະ ໂຄງການພັດທະນາປະສິດທິຜົນຢູ່ພາກພື້ນ ອາຊີ - ປາຊີຟິກ. ADB ໃຫ້ຮູ້ວ່າ: ຂໍ້ຕົກລົງດັ່ງກ່າວມີຜົນສັກສິດໃນໄລຍະ 2019 – 2023, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ອົງການນີ້ຈະພ້ອມກັນສົມທົບກັບ OECD ເພື່ອຊຸກຍູ້ການເຈລະຈານະໂຍບາຍ, ແບ່ງປັນຂໍ້ມູນຂ່າວສານ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນບັນດາຂົງເຂດຕ້ານການສໍ້ລາດບັງຫຼວງ, ນະໂຍບາຍພາສີອາກອນ ແລະ ການບໍລິຫານ, ນະໂຍບາຍເສດຖະກິດມະຫາພາກ, ຮັບເອົາ ແລະ ໄຈ້ແຍກຖານຂໍ້ມູນ. ບັນດາການເຄື່ອນໄຫວລວມເຊິ່ງລວມມີ ຂໍ້ລິເລີ່ມຕ້ານການສໍ້ລາດບັງຫຼວງ ADB – OECD, ກອງປະຊຸມໂຕະມົນ OECD - ອາຊີ ກ່ຽວກັບການຄຸ້ມຄອງບໍລິຫານວິສາຫະກິດ ແລະ ເວທີປາໄສ OECD ກ່ຽວກັບພາສີອາກາດ ແລະ ອາດຊະຍາກຳ.

ຕອບກັບ

ຂ່າວ/ບົດ​ອື່ນ