AfCFTA ແມ່ນບາດກ້າວເດີນເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຟຣິກາ

(VOVWORLD) - ກອງປະຊຸມສຸດຍອດສະຫະພັນ ອາຟຣິກາ (AU) ໄດ້ດຳເນີນໃນວັນທີ 07 ກໍລະກົດ ຢ່າງເປັນທາງການ ຢູ່ນະຄອນຫລວງ Niamey, ປະເທດ ນີເຈີ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ ແລະ ແຂກຖືກເຊີນປະມານ 4.500 ຄົນ.
AfCFTA ແມ່ນບາດກ້າວເດີນເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຟຣິກາ - ảnh 1ທ່ານປະທານາທິບໍດີ ນີເຊເຣຍ Muhammadu Buhari ເຊັນ AfCFTA ຢູ່ Niamey, ນີເຈີ. (ພາບອິນເຕີແນັດ)

ນະທີ່ນີ້, ບັນດາປະເທດ AU ໄດ້ເປີດຕົວສະເໜີເຂດການຄ້າເສລີ ອາຟຣິກາ (AfCFTA) ຢ່າງເປັນທາງການ ແລະ ຖືນີ້ແມ່ນບາດກ້າວເພື່ອ “ສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຟຣິິກາ”, ຫັນຂົງເຂດນີ້ກາຍເປັນ “ເຂດການຄ້າໃຫຍ່ສຸດໂລກ”.

        ທີ່ວາລະໄຂ, ທ່ານປະທານາທິບໍດີ ນີເຈີ Mahamadou Issoufou ໄດ້ຢືນຢັນວ່າ: ເລື່ອງ AfCFTA ມີຜົນສັກສິດ ແມ່ນເຫດການສຳຄັນທີ່ສຸດສຳລັບ ອາຟຣິກາ ນັບແຕ່ເມື່ອສ້າງຕັ້ງອົງການເອກະພາບ ອາຟຣິກາ (OAU) ໃນປີ 1963 ແລະ ຫລັງຈາກນັ້ນ ກາຍເປັນສະຫະພັນ ອາຟຣີກາ ຄືໃນວັນນີ້.

        AU ຄາດຄະເນວ່າ AfCFTA ຈະເພີ່ມທະວີການຄ້າພາຍໃນກຸ່ມ ອາຟຣິກາ ຂຶ້ນເກືອບ 60% ໃນປີ 2022 ແລະ ຊຸກຍູ້ການພັດທະນາຂອງບັນດາພື້ນຖານເສດຖະກິດ ອາຟຣິກາ ທັງໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ