AIPA ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ເດີນ​ທາງພ້ອມກັບ​ອາ​ຊຽນ​ໃນ​ການສ້າງ​ປະ​ຊາ​ຄົມ​ຢ່າງ​ໝັ້ນ​ຄົງ

(VOVWORLD) -ໃນວັນທີ 26 ມິຖຸນາຈະມາເຖິງ, ບັນດາການນຳຂັ້ນສູງສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ແລະ ອາຊຽນ ຈະມີການໂອ້ລົມສົນທະນາທາງອອນລາຍໃນຂອບເຂດກອງປະຊຸມສຸດຍອດ ອາຊຽນຄັ້ງທີ 36.
AIPA ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ເດີນ​ທາງພ້ອມກັບ​ອາ​ຊຽນ​ໃນ​ການສ້າງ​ປະ​ຊາ​ຄົມ​ຢ່າງ​ໝັ້ນ​ຄົງ - ảnh 1ພາບປະກອບ: Quochoi.vn 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃນຖານະເປັນປະທານອາຊຽນ, ທ່ານນາງ ຫງວຽນທິກິມເງິນ ປະທານ AIPA ແລະ ບັນດາການນຳລັດຖະບານ ແລະ ລັດຖະສະພາບັນດາປະເທດ ອາຊຽນ ຈະແບ່ງປັນສານ ແລະ ຄຳໝັ້ນສັນຍາສືບຕໍ່ມານະພະຍາຍາມປັບປຸງຄວາມສາມັກຄີ, ຄວາມເຫັນດີເປັນເອກະພາບພາຍໃນກຸ່ມ, ຍົກສູງບົດບາດເປັນໃຈກາງຂອງ ອາຊຽນ, ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມື ຫຼາຍກ່ວາອີກເພື່ອຮັບມືກັບໂລກລະບາດ Covid – 19 ແລະ ບັນດາສິ່ງທ້າທາຍທີ່ນັບມື້ນັບສັບສົນຂຶ້ນຕື່ມ, ໃນນັ້ນພົ້ນເດັ່ນຂຶ້ນແມ່ນບັນຫາແກ້ງແຍ່ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ ແລະ ບັນດາບັນຫາຄວາມໝັ້ນຄົງ ແບບເກົ່າ ແລະ ແບບໃໝ່ໃນພາກພື້ນ.

        ທ່ານນາງ ປະທານ AIPA ຈະຢັ້ງຢືນວ່າ AIPA ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບອາຊຽນໃນການສ້າງປະຊາຄົມອາຊຽນໃຫ້ໝັ້ນຄົງບົນ 3 ເສົ້າຄ້ຳລວມມີບັນດາປັດໄຈຄື: ສັນຕິພາບ,ສະຖຽນລະພາບ, ອີ່ງໃສ່ກົດໝາຍ, ຖືມະນຸດເປັນໃຈກາງ, ມີຄວາມສາມັກຄີ, ເຫັນດີເປັນເອກະພາບພ້ອມກັນພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ