AIPA ສະແດງໃຫ້ເຫັນທີ່ຕັ້ງ, ບົດບາດທາງການທູດຂອງ ຫວຽດນາມ

(VOVWORLD) -  AIPA - 41 ດ້ວຍຈຸດປະສົງແມ່ນຊຸກຍູ້ຄວາມສາມັກຄີ, ຄວາມເປັນເອກະພາບ, ນຳພາບັນດາຄວາມມານະພະຍາຍາມລວມ ເພື່ອໃຫ້ AIPA ປະກອບສ່ວນໃຫ້ແກ່ ອາຊຽນ ໃນວິວັດທະນາການສ້າງປະຊາຄົມ

ຕອນເຊົ້າວັນທີ 04 ກັນຍາ, ທີ່ຫໍສະພາແຫ່ງຊາດ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໊ອງ, ຫົວໜ້າຄະນະຈັດຕັ້ງ AIPA - 41, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA -  41, ໄດ້ເປັນປະທານກອງປະຊຸມຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA - 41.

AIPA ສະແດງໃຫ້ເຫັນທີ່ຕັ້ງ, ບົດບາດທາງການທູດຂອງ ຫວຽດນາມ - ảnh 1 ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໊ອງ (ພາບ:  sggp.org.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໊ອງ ຢືນຢັນວ່າ:

        “ພວກເຮົາເຂົ້າຮ່ວມດ້ວຍຈິດໃຈເປັນເຈົ້າການ ໄດ້ຮັບຄວາມເຊື່ອໝັ້ນຈາກເພື່ອນມິດສາກົນ. ນີ້ແມ່ນກອງປະຊຸມທີ່ມີເພື່ອນມິດສາກົນເຂົ້າຮ່ວມຫລາຍທີ່ສຸດ. ສະນັ້ນ ຮຽກຮ້ອງໃຫ້ພວກເຮົາຕ້ອງມານະພະຍາຍາມ, ສະແດງໃຫ້ເຫັນທີ່ຕັ້ງ, ບົດບາດທາງການທູດຂອງ ຫວຽດນາມ.

        AIPA - 41 ດ້ວຍຈຸດປະສົງແມ່ນຊຸກຍູ້ຄວາມສາມັກຄີ, ຄວາມເປັນເອກະພາບ, ນຳພາບັນດາຄວາມມານະພະຍາຍາມລວມ ເພື່ອໃຫ້ AIPA ປະກອບສ່ວນໃຫ້ແກ່ ອາຊຽນ ໃນວິວັດທະນາການສ້າງປະຊາຄົມ, ພິເສດໃນສະເພາະໜ້າ ແມ່ນຜ່ານຜ່າບັນດາຜົນກະທົບທີ່ຫຍໍ້ທໍ້ຈາກໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ