APEC 2017: ນັກຊ່ຽວຊານສເກົາຫຼີຕີລາຄາສູງບົດບາດຕັ້ງໜ້າຂອງ ຫວຽດນາມ

(VOVWORLD) - ສາສະດາຈານ Park Tae-kyun, ຜູ້ອຳນວຍການຄົ້ນຄ້ວາອາຫານ ມະຫາວິທະຍາໄລ Korea, ທັງເປັນປະທານເວທີປາໄສທັນຍາຫານ ສເກົາຫຼີ ສັງກັດກະຊວງກະສິກຳ, ລ້ຽງສັດ ແລະ ອາຫານ ສເກົາຫຼີ ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ແມ່ນພື້ນຖານເສດຖະກິດ ສະມາຊິກທີ່ຕັ້ງໜ້າ

ແລະ ມີຂໍ້ລິເລີ່ມຫຼາຍຢ່າງ ກໍ່ຄືມີການປະກອບສ່ວນຢູ່ກົນໄກຮ່ວມມືສາກົນ ແລະ ພາກພື້ນຫຼາຍແຫ່ງ. ທ່ານຕີລາຄາສູງຂໍ້ລິເລີ່ມຊຸກຍູ້ການເຕີບໂຕຢ່າງໝັ້ນຄົງ, ມີຫົວຄິດປະດິດສ້າງ ແລະ ກວມລວມ ເຊິ່ງ ຫວຽດນາມ ໄດ້ຍົກອອກມາ, ພ້ອມທັງຖືວ່າ, ບັນດາຂໍ້ລິເລີ່ມ ພ້ອມກັບບົດບາດນຳພາຂອງປະເທດເຈົ້າພາບ ຫວຽດນາມ ຈະມີຄວາມໝາຍສຳຄັນ, ປະກອບສ່ວນຊ່ວຍ APEC ຍູ້ໄວວິວັດການສຳເລັດເປົ້າໝາຍ Bogor 2020, ກາຍເປັນກົນໄກຮ່ວມມືເສດຖະກິດ ການຄ້າທີ່ມີປະສິດທິຜົນໃນສະພາບການທີ່ການປົກປ້ອງດ້ານການຄ້າພວມມີທ່າອ່ຽງເພີ່ມຂຶ້ນ.

  ສາສະດາຈານ Park Tae-kyun ສະແດງຄວາມຫວັງວ່າ, ບັນດາບົດຮຽນໃນການຈັດຕັ້ງ, ພ້ອມກັບການກະກຽມຢ່າງລອບຄອບຖີ່ຖ້ວນ, ຊຳນານງານ, ເປັນເຈົ້າການຍົກອອກບັນດາຂໍ້ລິເລີ່ມຊຸກຍູ້ການຮ່ວມມື ແລະ ການຮ່ວມສຳພັນນັ້ນ, ຫວຽດນາມຈະຈັດຕັ້ງ APEC 2017ສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ