APEC 2021 ວາງ​ອອກ​ກອບ​ຟື້ນ​ຟູ​ເສດ​ຖະ​ກິດຫຼັງ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) -ໃນຖະແຫຼງການຮ່ວມໄດ້ຮັບຮອງເອົາທີ່ກອງປະຊຸມ, ບັນດາການນຳ APEC ຢັ້ງຢືນຄວາມຕັດສິນໃຈ ນຳໃຊ້ທຸກເຄື່ອງມືເສດຖະກິດມະຫາພາກທີ່ມີໃນປະຈຸບັນ ເພື່ອແກ້ໄຂບັນດາຜົນຮ້າຍຈາກໂລກລະບາດໂຄວິດ 19.
APEC 2021 ວາງ​ອອກ​ກອບ​ຟື້ນ​ຟູ​ເສດ​ຖະ​ກິດຫຼັງ​ໂລກ​ລະ​ບາດ​ໂຄວິດ 19 - ảnh 1

 ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern (ພາບ: AFP/TTXVN)

   ກອງປະຊຸມບັນດາການນຳເສດຖະກິດ ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ຄັ້ງທີ 28 ທີ່ໄດ້ຈັດຂຶ້ນແບບທາງໄກເມື່ອວັນທີ 12 ພະຈິກ ໂດຍພາຍໃຕ້ການເປັນປະທານຂອງປະເທດເຈົ້າພາບ ນິວຊີແລນ. ໃນຖະແຫຼງການຮ່ວມໄດ້ຮັບຮອງເອົາທີ່ກອງປະຊຸມ, ບັນດາການນຳ APEC ຢັ້ງຢືນຄວາມຕັດສິນໃຈ ນຳໃຊ້ທຸກເຄື່ອງມືເສດຖະກິດມະຫາພາກທີ່ມີໃນປະຈຸບັນ ເພື່ອແກ້ໄຂບັນດາຜົນຮ້າຍຈາກໂລກລະບາດໂຄວິດ 19, ຮັກສາການຟື້ນຟູເສດຖະກິດ ພ້ອມທັງຮັກສາລັກສະນະຍືນຍົງຂອງປີການເງິນໄລຍະຍາວ. ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາການນຳໄດ້ໃຫ້ຄຳໝັ້ນສັນຍາ ຈະຢຸດຕິການເພີ່ມການອຸດໜູນໃຫ້ແກ່ເຊື້ອເພີງຟອດຊິວ, ອັນໄດ້ສ້າງພື້ນຖານໃຫ້ແກ່ການປຶກສາຫາລືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໃນກອງປະຊຸມຄັ້ງຕ່າງໆຂອງ APEC ໃນອະນາຄົດ. ທີ່ກອງປະຊຸມ, ບັນດາການນຳເສດຖະກິດ APEC ກໍ່ໄດ້ຮັບຮອງເອົາແຜນການເຄື່ອນໄຫວເພື່ອຜັນຂະຫຍາຍວິໄສທັດ APEC ຮອດປີ 2040.

ຕອບກັບ

ຂ່າວ/ບົດ​ອື່ນ