(vovworld) – ກອງປະຊຸມລັດຖະມົນຕີກະຊວງການຄ້າເວທີປາໄສ ຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ໄດ້ອັດລົງໃນວັນທີ 24/05, ຢູ່ຟິລິບປີນ. ພາຍຫຼັງປະຊຸມມາເປັນເວລາ 2 ວັນ, ລັດຖະມົນຕີກະຊວງການຄ້າທີ່ມາຈາກ 21 ພື້ນຖານເສດຖະກິດສະມາຊິກຂອງ APEC ໄດ້ສະແດງໃຫ້ເຫັນການສະໜັບສະໜູນຢ່າງແຮງຕໍ່ບັນດາຄວາມມານະພະຍາຍາມຂອງອົງການການຄ້າໂລກ (WTO), ຊຸກຍູ້ການຄ້າທົ່ວໂລກໃນສະພາບທີ່ມີຂໍ້ຕົກລົງການຄ້າເສລີພາກພື້ນຫຼາຍສະບັບ. ບັນດາຜູ້ແທນໄດ້ໃຫ້ຄຳໝັ້ນສັນຍາອະນຸມັດຜ່ານວິວັດທະນາການໃຫ້ສັນຍາສ້າງຄວາມສະດວກໃຫ້ແກ່ການຄ້າໃນທ້າຍປີ 2015, ປະກອບລາຍການເຮັດວຽກເພື່ອປະຕິບັດຮອບເຈລະຈາການຄ້າ Doha ໃຫ້ສຳເລັດ. ກອງປະຊຸມກໍ່ເນັ້ນໜັກເຖິງເລື່ອງຕ້ອງຍົກອອກບັນດາມາດຕະການເພື່ອແນໃສ່ປັບປຸງຄວາມສາມາດຂອງວິສາຫະກິດນ້ອຍສຸດ, ວິສາຫະກິດນ້ອຍ ແລະ ກາງ ເຂົ້າຮ່ວມການຄ້າທົ່ວໂລກ.