ASEAN Para Games 12: ຄະນະນັກກິລາຄົນພິການ ຫວຽດນາມ ກຽມພ້ອມເຂົ້າຮ່ວມການແຂ່ງຂັນ

(VOVWORLD) - ASEAN Para Games ຄັ້ງທີ 12 ຈະຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນຂອງປະເທດ ກຳປູເຈຍ ໃນລະຫວ່າງວັນທີ 3 – 9 ມິຖຸນາ
ASEAN Para Games 12: ຄະນະນັກກິລາຄົນພິການ ຫວຽດນາມ ກຽມພ້ອມເຂົ້າຮ່ວມການແຂ່ງຂັນ - ảnh 1ຄະນະນັກກິລາ ຫວຽດນາມ ຢູ່ສະໜາມບິນ ກ່ອນທີ່ໄປ ກຳປູເຈຍ ເຂົ້າຮ່ວມ ASEAN Para Games ຄັ້ງທີ 12
(ພາບ:Minh Quyết/TTXVN)

ວັນທີ 31 ພຶດສະພາ, ຄະນະນັກກິລາຄົນພິການ ຫວຽດນາມ ໂດຍທ່ານ ຫງວຽນຮົ່ງມິງ, ຮອງຫົວໜ້າກົມໃຫຍ່ກິລາກາຍຍະກຳ ເປັນຫົວໜ້າຄະນະ, ພ້ອມກັບສະມາຊິກ 164 ຄົນ ໄດ້ໄປຮອດນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ກຽມພ້ອມໃຫ້ການແຂ່ງຂັນຊິງລາງວັນໃນງານມະຫາກຳກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ (ASEAN Para Games) ຄັ້ງທີ 12. ບັນດານັກກິລາ ຫວຽດນາມ ຈະແຂ່ງຂັນ 8 ໃນຈຳນວນ 13 ປະເພດກິລາຂອງງານມະຫາກຳ, ເຊິ່ງລວມມີ: ແລ່ນ ແລະ ລານ, ລອຍນ້ຳ, ຍົກນ້ຳໜັກ, ຕີດອກປີກໄກ່, ປີ໋ງປ໋ອງ, ໝາກຮຸກສາກົນ, ມວຍ judo ແລະ Boccia. ເປົ້າໝາຍຂອງກິລາຄົນພິການ ຫວຽດນາມ ໃນງານມະຫາກຳກິລາຄັ້ງນີ້ແມ່ນສູ້ຊົນຄ້ວາຫຼຽນໄດ້ແຕ່ 50 – 55 ຫຼຽນ ແລະ ລອດເຂົ້າທອບ 4 ບັນດາປະເທດຢືນແຖວໜ້າໃນຕາຕະລາງສະຫລຸບຫຼຽນ.

ASEAN Para Games ຄັ້ງທີ 12 ຈະຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນຂອງປະເທດ ກຳປູເຈຍ ໃນລະຫວ່າງວັນທີ 3 – 9 ມິຖຸນາ, ຢູ່ຫຼາຍສະຖານທີ່ຄື: ສະໜາມກິລາແຫ່ງຊາດ Morodok Techo, ສະໜາມກິລາ Olympic ແລະ ສະຖານທີ່ອື່ນໆຢູ່ນະຄອນຫຼວງ ພະນົມເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ