AVSE Global ຍູ້ແຮງການເຊື່ອມຕໍ່ປັນຍາຊົນ, ວິສາຫະກິດ, ປະກອບສ່ວນໃຫ້ແກ່ການພັດທະນາບັນດາໂຄງການຢູ່ ຫວຽດນາມ

(VOVWORLD) -ອົງການນີ້ພວມດຳເນີນຫຼາຍໂຄງການໃຫ້ຄຳປຶກສາ, ໜູນຊ່ວຍການພັດທະນາຢູ່ພາຍໃນປະເທດ, ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານ ແລະ ນັກວິທະຍາສາດຊາວ ຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຫຼາຍປະເທດໃນໂລກນັບຮ້ອຍຄົນ.
AVSE Global ຍູ້ແຮງການເຊື່ອມຕໍ່ປັນຍາຊົນ, ວິສາຫະກິດ, ປະກອບສ່ວນໃຫ້ແກ່ການພັດທະນາບັນດາໂຄງການຢູ່ ຫວຽດນາມ - ảnh 1ອົງການນີ້ພວມດຳເນີນຫຼາຍໂຄງການໃຫ້ຄຳປຶກສາ, ໜູນຊ່ວຍການພັດທະນາຢູ່ພາຍໃນປະເທດ
(ພາບປະກອບ: TTXVN)

ຕອນບ່າຍວັນທີ 18 ມີນາ, ຢູ່ ປາຣີ, ປະເທດ ຝລັ່ງ, ອົງການວິທະຍາສາດ ແລະ ນັກຊ່ຽວຊານ ຫວຽດນາມ ທົ່ວໂລກ (AVSE Global) ໄດ້ດຳເນີນການປຶກສາຫາລືໂຕະມົນ ຕີລາຄາກ່ຽວກັບການເຄື່ອນໄຫວຂອງສະມາຄົມໃນໄລຍະຜ່ານມາ ແລະ ແນະນຳບັນດາໂຄງການຈະປະຕິບັດ.

ທີ່ກອງປະຊຸມສຳມະນາ, ທ່ານສາດສະດາຈານ ຫງວຽນດຶກເຄືອງ, ປະທານ AVSE Global, ໃຫ້ຮູ້ວ່າ ອົງການນີ້ພວມດຳເນີນຫຼາຍໂຄງການໃຫ້ຄຳປຶກສາ, ໜູນຊ່ວຍການພັດທະນາຢູ່ພາຍໃນປະເທດ, ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານ ແລະ ນັກວິທະຍາສາດຊາວ ຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຫຼາຍປະເທດໃນໂລກນັບຮ້ອຍຄົນ. ຕາມນັ້ນແລ້ວ, AVSE ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວໃຫ້ຄຳປຶກສາການພັດທະນາ, ປະກອບສ່ວນເຂົ້າການວາງແຜນຍຸດທະສາດເສດຖະກິດ, ສະພາບແວດລ້ອມທີ່ດິນ ແລະ ຫຼາຍຂົງເຂດອື່ນຂອງທ້ອງຖິ່ນຕ່າງໆ ແລະ ກະຊວງ, ຂະແໜງການ, ດ້ວຍຖານະເປັນຝ່າຍໃຫ້ຄຳປຶກສາ ຫຼື ໄຈ້ແຍກຕີລາຄານະໂຍບາຍ. ເພື່ອປະຕິບັດນະໂຍບາຍໜູນຊ່ວຍ, AVSE ໄດ້ເຊື່ອມຕໍ່ປັນຍາຊົນຊາວ ຫວຽດນາມ, ອົງການຈັດຕັ້ງອອກສູ່ 11 ເຄືອຂ່າຍແຕກຕ່າງກັນ.

ປີ 2023, ເພື່ອສຸມໃສ່ເປົ້າໝາຍປ່ຽນແປງໃໝ່ ແລະ ປະດິດຄິດສ້າງ, AVSE ຈະສຸມໃສ່ເຊື່ອມຕໍ່ບັນດາໂຄງການເລີ່ມທຸລະກິດກັບບັນດາຄູ່ຮ່ວມມື, ນັກລົງທຶນເຂົ້າຮ່ວມ. ພິເສດ, ຄາດວ່າ AVSE ຈະຈັດ 2 ເຫດການໃຫຍ່ທີ່ໜ້າສົນໃຈ, ລວມມີ: ເວທີປາໄສຊາວ ຫວຽດນາມ ມີຜົນສະທ້ອນຄັ້ງທີ 2 ຢູ່ນະຄອນ ໂຮ່ຈີມິນ ແລະ ເວທີປາໄສພັດທະນາແບບຍືນຍົງ ຫວຽດນາມ ຢູ່ ຝູທໍ້.

ຕອບກັບ

ຂ່າວ/ບົດ​ອື່ນ