Brexit: ອັງກິດ ແລະ ອີຢູ ເຊື່ອມຕໍ່ການເຈລະຈາຂໍ້ຕົກລົງດ້ານການຄ້າຄືນໃໝ່

(VOVWORLD) - ວັນທີ 23 ພະຈິກ, ບັນດານັກເຈລະຈາຂອງ ອັງກິດ ແລະ ສະຫະພາບ ເອີຣົບ (ອີຢູ) ໄດ້ເຊື່ອມຕໍ່ບັນດາກອງປະຊຸມເຈລະຈາທາງອອນລາຍຄືນໃໝ່ກ່ຽວກັບຂໍ້ຕົກລົງການຄ້າພາຍຫລັງ Brexit ຄືນໃໝ່ ແນໃສ່ຮັດແຄບບັນດາຄວາມບໍ່ລົງລອຍກັນ ໃນສະພາບໃກ້ຈະຮອດກຳນົດເວລາ ເພື່ອໃຫ້ 2 ຝ່າຍບັນລຸໄດ້ຂໍ້ຕົກລົງສຸດທ້າຍ. 
Brexit: ອັງກິດ ແລະ ອີຢູ ເຊື່ອມຕໍ່ການເຈລະຈາຂໍ້ຕົກລົງດ້ານການຄ້າຄືນໃໝ່ - ảnh 1ສິດຫາປາແມ່ນໜຶ່ງໃນບັນດາຄວາມບໍ່ລົງລອຍກັນລະຫວ່າງອັງກິດ ແລະ ອີຢູ ເພື່ອສາມາດບັນລຸໄດ້ຂໍ້ຕົກລົງ . ພາບ: AFP/TTXVN

  ທ່ານ David Frost ຫົວໜ້າຄະນະເຈລະຈາ ອັງກິດ ກ່າວເຕືອນວ່າ: “ເວລາຍັງເຫຼືອໜ້ອຍທີ່ສຸດ”. ບັນດາຄວາມບໍ່ລົງລອຍກັນທີ່ມີແຕ່ໃດມາ ຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ, ແຕ່ພວກຂ້າພະເຈົ້າກໍ່ພວມມານະພະຍາຍາມຈົດສຸດຄວາມສາມາດ ເພື່ອບັນລຸໄດ້ຂໍ້ຕົກລົງສຸດທ້າຍ”.

        ກ່ອນໜ້ານັ້ນ, ວັນທີ 19 ພະຈິກ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາ ອີຢູ ໄດ້ຖະແຫຼງ ໂຈະບັນດາການເຈລະຈາໄວ້ຊົ່ວຄາວກັບຄູ່ຕຳແໜ່ງ ອັງກິດ David Frost ໃນໄລຍະສັ້ນ, ພາຍຫລັງສະມາຊິກຄົນໜຶ່ງໃນຄະນະເຈລະຈາຂອງ ອີຢູ ຕິດເຊື້ອພະຍາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ