CAEXPO11ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງອາຊຽນແລະຈີນ

CAEXPO11ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງອາຊຽນແລະຈີນ - ảnh 1
ພາບປະກອບ

(vovworld) – ງານ​ຕະຫຼາດນັດ ອາ​ຊຽນ - ຈີນ (CAEXPO) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງ​ທຶນ ​ແລະ ການ​ຄ້າ ອາ​ຊຽນ - ຈີນ (CABIS) ຄັ້ງ​ທີ 11 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທິ 16/9, ຢູ່​ນະຄອນໜາ​ມໜິງ, ເຂດ​ປົກຄອງ​ດ້ວຍ​ຕົນ​​ເອງ​ຊົນ​ເຜົ່າ​ຈວາງ ​ແຂວງ​ກວາງ​ສີ, ປະ​ເທດ​ຈີນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ: CAEXPO ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜົນງານ​ຂອງ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ຈີນ. ສິ່ງ​ດັ່ງກ່າວ​ຈະ​ນຳ​ມາ​ເຊິ່ງບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ, ພາ​ໄປ​ເຖິງ​ການສ້າງ​​ບັນດາ​ຄຸນຄ່າ​ເຊື່ອມ​ໂຍງ ​ແລະ ປະຊາ​ຄົມ​ພ້ອມ​ກັນ​ແບ່ງປັນ​ຢູ່ ອາຊີ, ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ສະຖຽນລະ​ພາບ​ເພື່ອ​ພັດທະນາ​​ເສດຖະກິດ​ຢູ່​ພາກ​ພື້ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຖື​ວ່າ: ​ເພື່ອ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃຫ້​ແກ່​ການ​ພັດທະນາ​​ແບບຍືນ​ຍົງ, ຂະຫຍັນ​ຂັນ​ເຄື່ອນ​​ໃນ​ພາກ​ພື້ນ, ສິ່ງ​ສຳຄັນ​​ແມ່ນ​ອາ​ຊຽນ ​ແລະ ຈີນ ຕ້ອງ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະຕິບັດ​ຢ່າງ​ຄົບ​ຖ້ວນ ​​​ແລະ ​ເຂັ້ມ​ງວດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ກໍ່​ຄື​ບັນລຸ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ (COC), ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ເຊິ່ງລວມມີ​ສົນທິສັນຍາ​ກ່ຽວ​ກັບກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS 1982).

 


ຂ່າວ/ບົດ​ອື່ນ