EC ມີ​ປະ​ທານ​ເພດ​ຍິງ​ຜູ້​ທ​ຳ​ອິດ

(VOVWORLD) -ທ່ານນາງ ລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ Ursula von der Leyen ຈະດຳລົງຕຳແໜ່ງເປັນປະທານ ຄະນະກຳມະການ ເອີລົບແທນໃຫ້ທ່ານ Jean – Claude Juncker  ໃນວັນທີ 1 ພະຈິກໃນອາຍຸການ 5 ປີ.

ສະມາຊິກລັດຖະສະພາສັງກັດພັກປະຊາຊົນ ເອີລົບ (EPP) ຕາມແນວທາງຮັກສາເດີມ, ມີອາຍຸ 60 ປີ, ໄດ້ກາຍເປັນແມ່ຍິ່ງຜູ້ທຳອິດທີ່ດຳລົງຕຳແໜ່ງສຳຄັນທີ່ສຸດຂອງ EU ພາຍຫຼັງຍາດໄດ້ໄຊຊະນະໃນການປ່ອນບັດຂອງລັດຖະສະພາ (EP)ເຊິ່ງໄດ້ດຳເນີນໃນຕອນຄ່ຳວັນທີ 16 ກໍລະກົດຕາມເວລາທ້ອງຖິ່ນ. ກ່າວຄຳເຫັນທີ່ EP ພາຍຫຼັງການປະກາດຜົນຂອງການປ່ອນບັດ, ທ່ານນາງ von der Leyen ເນັ້ນໜັກວ່າ: ໜ້າທີ່ໃນຕໍ່ໜ້າແມ່ນຫຍຸ້ງຍາກທີ່ສຸດ, ສານທີ່ທ່ານນາງໄດ້ຍົກອອກມາກັບບັນດາສາມະຊິກລັດຖະສະພາແມ່ນທັງໝົດຈົ່ງເຮັດວຽກນຳກັນບົນຈິດໃຈສ້າງສັນ, ເພາະວ່າເປົ້າໝາຍທັງໝົດທີ່ພວກເຮົາມຸ່ງໄປເຖິງ ລ້ວນແຕ່ແມ່ນ ເອີລົບມີຄວາມເອກະພາບ ແລະ ເຂັ້ມແຂງ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ສະເໜີຜູ້ອອກສະໝັກເລືອກຕັ້ງເຂົ້າໃນຄະນະລັດຖະບານຂອງຄະນະກຳມະການເອີລົບໃຫ້ມີຄວາມດຸ່ນດຽງກັນລະຫວ່າງຍິງ - ຊາຍ.

ຕອບກັບ

ຂ່າວ/ບົດ​ອື່ນ