ECB ຄາດຄະເນການເຕີບໂຕເສດຖະກິດ eurozone ຈະຊຸດໂຊມໃນປີ 2020

(VOVWORLD) -  ພື້ນຖານເສດຖະກິດພາກພື້ນນຳໃຊ້ສະກຸນເງິນລວມເອີໂຣ (eurozone) ໃນປີ 2020 ອາດຈະຫລຸດລົງແຕ່ 8 – 12% ໃນປີ 2020 ຍ້ອນຖືກ ຜົນກະທົບຈາກໂລກລະບາດໂຄວິດ-19. ນີ້ແມ່ນຂໍ້ສັງເກດໂດຍທ່ານນາງ Christine Lagarde ປະທານທະນາຄານສູນກາງເອີຣົບ (ECB) ຍົກອອກມາໃນວັນທີ 27 ພຶດສະພາ.
ECB ຄາດຄະເນການເຕີບໂຕເສດຖະກິດ eurozone ຈະຊຸດໂຊມໃນປີ 2020 - ảnh 1ສຳນັກງານ  ECB ຢູ່ Frankfurt am Main, ເຢຍລະມັນ. ພາບ: AFP/ TTXVN

        ຕາມທ່ານນາງ Christine Lagarde ແລ້ວ, ຜົນກະທົບຕົວຈິງຂອງໂຄວິດ-19 ທີ່ມີຕໍ່ພື້ນຖານເສດຖະກິດ eurozone ຈະຢູ່ໃນລະດັບ “ປານກາງ” ຫຼື “ຮ້າຍແຮງ”. ເຖິງຢ່າງໃດກໍ່ຕາມ, ທ່ານນາງປະທານ ECB ກໍ່ໃຫ້ຮູ້ວ່າ: “ບໍ່ຕ້ອງກັງວົນຫລາຍເກີນໄປ” ກ່ຽວກັບຄວາມສ່ຽງໂລກລະບາດໂຄວິດ-19 ອາດຈະກໍ່ໃຫ້ເກີດວິກິດການໃໝ່ໃນ eurozone ເຖິງວ່າບັນດານັກວາງແຜນນະໂຍບາຍ ຍັງຈະຕ້ອງສືບຕໍ່ຕິດຕາມລະດັບໜີ້ສາທາລະນະ ທີ່ພວມນັບມື້ນັບສູງຂຶ້ນຢູ່ພາກພື້ນນີ້ ຍ້ອນລັດຖະບານປະເທດຕ່າງໆ ຕ້ອງກູ້ຢືມເງິນ ເພື່ອນຳໃຊ້ເຂົ້າໃນການແກ້ໄຂຜົນກະທົບຈາກໂລກລະບາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ