EP ໃຫ້ສັດຕະຍາບັນ EVFTA ແລະ EVIPA

(VOVWORLD) - ເລື່ອງລັດຖະສະພາ ເອີຣົບ (EP) ປ່ອນບັດໃຫ້ສັດຕະຍາບັນສັນຍາການຄ້າເສລີ (EVFTA) ແລະ ສັນຍາອາລັກຂາການລົງທຶນ (EVIPA) ລະຫວ່າງສະຫະພາບ ເອີຣົບ (ອີຢູ) ແລະ ຫວຽດນາມ ໃນວັນທີ 12 ກຸມພາ ຢູ່ ຝຣັ່ງ,

 ແມ່ນຄວາມຕັດສິນໃຈສຳຄັນທີ່ສຸດ, ເຊິ່ງ 27 ປະເທດສະມາຊິກ ອີຢູ ແລະ ຫວຽດນາມ, ພິເສດແມ່ນປະຊາຄົມວິສາຫະກິດ 2 ປະເທດໄດ້ຄອງຄອຍມາເປັນເວລາເກືອບ 8 ປີ, ນັບແຕ່ເມື່ອ 2 ຝ່າຍເລີ່ມດຳເນີນການເຄື່ອນໄຫວເຈລະຈາ EVFTA ເມື່ອເດືອນ ມີຖຸນາ 2012.

EP ໃຫ້ສັດຕະຍາບັນ EVFTA ແລະ EVIPA - ảnh 1 EP ໃຫ້ສັດຕະຍາບັນ EVFTA ແລະ EVIPA 

ຕອບສຳພາດຕໍ່ສື່ມວນຊົນພາຍຫລັງເຫດການ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ຢັ້ງຢືນວ່າ: ຂໍ້ຕົກລົງໃຫ້ສັດຕະຍາບັນສັນຍາ EVFTA ແລະ EVIPA ດ້ວຍອັດຕາສະໜັບສະໜູນສູງ ໄດ້ສະແດງໃຫ້ເຫັນຄວາມຖືເປັນສຳຄັນ, ຕີລາຄາສູງຈາກບັນດາສະມາຊິກລັດຖະສະພາ ແລະ ບັນດາປະເທດສະມາຊິກ ອີຢູ ກ່ຽວກັບບົດບາດ, ທີ່ຕັ້ງຂອງ ຫວຽດນາມ ແລະ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອີຢູ.

        ພາຍຫລັງສັນຍາ EVFTA ມີຜົນສັກສິດ, ອີຢູ ຈະຍົກເລີກພາສີນຳເຂົ້າເກືອບ 86% ປະເພດ ແລະ ກ່ວາ 99% ປະເພດພາສີຂອງ ຫວຽດນາມ ຈະໄດ້ຮັບການຍົກເລີກພາຍຫລັງ 7 ປີ, 1% ທີ່ຍັງເຫຼືອນັ້ນ ຈະໄດ້ຫັນເປັນເສລີໂດຍຜ່ານໂກຕາພາສີ. ກົງກັນຂ້າມ, ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາຍົກເລີກພາສີ 48,5% ໃຫ້ແກ່ສິນຄ້າ ອີຢູ, ພາຍຫລັງ 7 ປີຈະຍົກເລີກ 91,8% ປະເພດພາສີ ແລະ 98,3% ປະເພດພາຍຫລັງ 10 ປີ. ໃນສະພາບດ້ານການຄ້າລະຫວ່າງບັນດາປະເທດມີຄວາມເຄັ່ງຕຶງສັບສົນທີ່ສຸດນັ້ນ, ສັນຍາ EVFTA ຈະຊ່ວຍໃຫ້ບັນດາວິສາຫະກິດຍູ້ແຮງການຫັນຕະຫລາດ ແລະ ຄູ່ຮ່ວມມືເປັນຫລາຍຮູບຫລາຍແບບ, ສ້າງຈຸດຢືນທີ່ໝັ້ນຄົງຢູ່ຕະຫລາດໃຫຍ່ ເອີຣົບ ກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ