EU ຕີລາຄາສູງຄວາມານະພະຍາຍາມ ຂອງແອດສະປາຍໃນການຮັບມືກັບ ໜີ້ສິນຂອງລັດ

EU ຕີລາຄາສູງຄວາມານະພະຍາຍາມ ຂອງແອດສະປາຍໃນການຮັບມືກັບ ໜີ້ສິນຂອງລັດ - ảnh 1
( ພາບປະກອບ )

(vovworld) –     ພາຍຫຼັງ​ລັດຖະບານ​ແອດ​ສະ​ປາຍ ປະກາດບັນດາ​ມາດ​ຕະການ​ຮັບ​ເຂັມ​ຂັດ​ໃໝ່​ໃນ​ວັນ​ທີ 11/7, ​ໂຄສົກ​ຄະນະ​ກຳມະການ​ບັນດາ​ບັນຫາ​ເສດຖະກິດ​ຂອງ​ເອີ​ລົບ (EC), ທ່ານ Simon O’Connor ​ໃຫ້​ຮູ້​ວ່າ, EC ຕີ​ລາຄາ​ສູງ​ບັນດາມາດ​ຕະການ​ການ​ເງິນ​ໃໝ່​ຂອງ​ລັດຖະບານ​ແອດ​ສະ​ປາຍ.​ ພ້ອມ​ທັງ​ເນັ້ນ​ໜັກ​ວ່າ EC ປາດ​ຖະໜາ​ຢາກ​ໄດ້​ຮັບ​​ບ້ວງ​ເງິນ​ຈາກມາດ​ຕະການ​ຮັບ​ເຂັມ​ຂັດ​​ທີ່​ມີ​ມູນ​ຄ່າ 65 ຕື້​ເອີ​ໂລຢ່າງ​ລະອຽດ​, ​ເຊິ່ງທ່ານ​ນາຍົກລັດຖະມົນຕີ​​ແອດ​ສະ​ປາຍ Mariano Rajoy ຫາ​ກໍ່​ປະກາດ. ບ້ວງ​ເງິນ​ມາດ​ຕະການ​​ຮັບ​ເຂັມ​ຂັດ​ຂອງ​ແອດ​ສະ​ປາຍ ລວມມີບັນດາ​​ແຜນການ​ຫຼຸດຜ່ອນ​ລາຍ​ຈ່າຍ, ​ແລະ ມາດ​ຕະການ​ອື່ນໆ​ອີກ. ​ໃນ​ນັ້ນ, ໜ້າ​ສົມ​ໃຈ​ແມ່ນ​ການ​ເພີ່ມ​ພາສີ​ມູນ​ຄ່າ​ເພີ່ມ (VAT), ​ເພື່ອ​ໄດ້​ຮັບ​ບ້ວງ​ເງິນ 65 ຕື້​ເອີ​​ໂລ ​ນັບແຕ່​ນີ້​ຮອດ​ທ້າຍ​ປີ 2014 ດ້ວຍ​ຈຸດໝາຍ​ສຸດ​ທ້າຍ​ແມ່ນ​ຫຼຸດຜ່ອນ​ການ​ຂາດ​ດຸນງົບປະມານ.

ຂ່າວ/ບົດ​ອື່ນ