EU ຕຳ​ໜິ​ຕິ​ຕຽ​ນ​ນະ​ໂຍ​ບາຍ​ລົງ​ໂທ​ດ​ຂອງ​ອາ​ເມ​ລິ​ກາ

(VOVWORLD) -ໃນແຈ້ງການ, ທ່ານ Josep Borrell ກໍ່ໄດ້ເຕື້ອງເຖິງບັນດາຄຳສັ່ງລົງໂທດທີ່ແນໃສ່ອີຣານ, ກູບາ ແລະ ສານອາຍາສາກົນ (ICC), ພ້ອມທັງໃຫ້ຮູ້ວ່າ EU ຄັດຄ້ານນະໂຍບາຍຂອງອາເມລິກາແນໃສ່ບັນດາບໍລິສັດ ແລະ ສ່ວນບຸກຄົນໃນທົ່ວໂລກ.
EU ຕຳ​ໜິ​ຕິ​ຕຽ​ນ​ນະ​ໂຍ​ບາຍ​ລົງ​ໂທ​ດ​ຂອງ​ອາ​ເມ​ລິ​ກາ - ảnh 1ພາບປະກອບ: 112 Ukraine 

ວັນທີ 17 ກໍລະກົດ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງ ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດ ຂອງ ສະຫະພາບເອີລົບ (EU) ໄດ້ຕຳໜິຕິຕຽນວິທີການທີ່ອາເມລິການຳໃຊ້ບັນດາຄຳສັ່ງລົງໂທດດ້ານເສດຖະກິດ. ການກະທຳດັ່ງກ່າວໄດ້ຍົກອອກມາ ພາຍຫຼັງ ອາເມລິກາ ນາບຂູ່ຈັດວາຄຳສັ່ງລົງໂທດ ເພື່ອແນໃສ່ບັນດາບໍລິສັດເຂົ້າຮ່ວມໂຄງການ “ທ່ຳນຳສົ່ງອາຍແກັດທາງທິດເໜືອ 2”.

ໃນແຈ້ງການ, ທ່ານ Josep Borrell ກໍ່ໄດ້ເຕື້ອງເຖິງບັນດາຄຳສັ່ງລົງໂທດທີ່ແນໃສ່ອີຣານ, ກູບາ ແລະ ສານອາຍາສາກົນ (ICC), ພ້ອມທັງໃຫ້ຮູ້ວ່າ EU ຄັດຄ້ານນະໂຍບາຍຂອງອາເມລິກາແນໃສ່ບັນດາບໍລິສັດ ແລະ ສ່ວນບຸກຄົນໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ