EU ບັນ​ລຸ​ໄດ້​ຂໍ້​ຕົກ​ລົງຮ່ວມ​ກັນ​ຊື້​ອາ​ວຸດ ໃຫ້​ແກ່​ຢູ​ແກຼນ

(VOVWORLD) -ລັດຖະມົນຕີກະຊວງປ້ອງກັນປະເທດ Estonia Hanno Pevkur ກໍ່ໃຫ້ຮູ້ວ່າ ບັນດາປະເທດ ສະຫະພັນ ເອີລົບ ບັນລຸໄດ້ຂໍ້ຕົກລົງສະໜອງລູກປຶນໃຫຍ່ຂະໜາດ 155 mm ຈຳນວນ, 1 ລ້ານລູກໃຫ້ແກ່ຢູແກຼນພາຍໃນເວລາ 12 ເດືອນ.
EU ບັນ​ລຸ​ໄດ້​ຂໍ້​ຕົກ​ລົງຮ່ວມ​ກັນ​ຊື້​ອາ​ວຸດ ໃຫ້​ແກ່​ຢູ​ແກຼນ - ảnh 1ພາບປະກອບ: AFP/Getty Images

ວັນທີ 20 ມີນາ, ບັນດາປະເທດສະມາຊິກ ສະຫະພາບ ເອີລົບ ບັນລຸໄດ້ຂໍ້ຕົກລົງຮ່ວມກັນຊື້ອາວຸດໃຫ້ແກ່ຢູແກຼນ. ຢູ່ນອກຮອບບັນດາການພົບປະລະຫວ່າງບັນດາຄູ່ຮ່ວມມືສະຫະພາບ ເອີລົບ ທີ່ໄດ້ດຳເນີນຢູ່ ບຣຸກແຊນ, ແບນຊິກ, ທ່ານ Boris Pistoriussaid  ລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ ໃຫ້ຮູ້ວ່າ: ເຢຍລະມັນ ແລະ ບັນດາຄູ່ຮ່ວມມືຈະເຊັນເອກະສານເປີດບັນດາສັນຍາແມ່ກ່ຽວກັບຂະແໜງອຸດສາຫະກຳປ້ອງກັນຊາດ ເພື່ອຍູ້ໄວວິວັດການສະໜອງອາວຸດທີ່ຈຳເປັນໃຫ້ແກ່ຢູແກຼນ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ ກໍ່ເນັ້ນໜັກເຖິງເປົ້າໝາຍຂອງບັນດາຝ່າຍແມ່ນຂົນສົ່ງອາວຸດຈຳນວນຫຼາຍໄປຍັງຢູແກຼນກ່ອນທ້າຍປີ 2023.

ກ່ອນໜ້ານັ້ນ, ລັດຖະມົນຕີກະຊວງປ້ອງກັນປະເທດ Estonia Hanno Pevkur ກໍ່ໃຫ້ຮູ້ວ່າ ບັນດາປະເທດ ສະຫະພັນ ເອີລົບ ບັນລຸໄດ້ຂໍ້ຕົກລົງສະໜອງລູກປຶນໃຫຍ່ຂະໜາດ 155 mm ຈຳນວນ, 1 ລ້ານລູກໃຫ້ແກ່ຢູແກຼນພາຍໃນເວລາ 12 ເດືອນ.

ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ປະກາດາ ບ້ວງເງິນໜູນຊ່ວຍການທະຫານ 350 ລ້ານ USD ໃຫ້ແກ່ຢູແກຼນ. ນີ້ແມ່ນບ້ວງເງິນໜູນຊ່ວຍການທະຫານທີ34 ຂອງ ອາເມລິກາ ທີ່ສະຫງວນໃຫ້ແກ່ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ