EU ບໍ່ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບັນ​ລຸ​ໄດ້​ຂໍ້​ຕົ​ກ​ລົງ​ທາງ​ການ​ຄ້າ​ໃນ​ໄລ​ຍະ​ຫຼັງ Brexit ກັບ ອັງ​ກິດ

(VOVWORLD) -ການປະກາດ ດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງ ວັນທີ 10 ທັນວາ ທ່ານ ນາຍົກລັດຖະມົນຕີ ອັງກິດ Boris Jonson ຮູ້ວ່າ “ມີເປັນໄປໄດ້ສູງ” ທີ່ປະເທດນີ້ ແລະ EU ຈະບໍ່ບັນລຸໄດ້ຂໍ້ຕົກລົງທາງການຄ້າ ໃນໄລຍະ ຫຼັງ Brexit
EU ບໍ່ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບັນ​ລຸ​ໄດ້​ຂໍ້​ຕົ​ກ​ລົງ​ທາງ​ການ​ຄ້າ​ໃນ​ໄລ​ຍະ​ຫຼັງ Brexit ກັບ ອັງ​ກິດ - ảnh 1 ທ່ານນາງ Ursula von der leyen ປະທານຄະນະກຳມະການເອີລົບ (EC) (ພາບ: TTXVN)

ທ່ານນາງ Ursula von der leyen ປະທານຄະນະກຳມະການເອີລົບ (EC) ໃຫ້ຮູ້ວ່າ ມີ ໂອກາດທີ່ຈະບັນລຸໄດ້ຂໍ້ຕົກລົງທາງການຄ້າລະຫວ່່າງ ສະຫະພາບເອີລົບ (EU) ກັບ ອັງກິດ ໃນໄລຍະຫຼັງ Brexit ແມ່ນມີໜ້ອຍທີ່ສຸດ. ເຈົ້າໜ້າທີ່ EU ທ່ານໜຶ່ງ ໃຫ້ຮູ້ວ່າ ໃນການປຶກສາຫາລືໃນເວລາສັ້ນ ກ່ຽວກັບ Brexit ຢູ່ກອງປະຊຸມສຸດຍອດ EU ເຊິ່ງໄດ້ດຳເນີນໃນວັນທີ 11 ທັນວາ, ທ່ານນາງ Ursula von der leyen ໄດ້ປະກາດວ່າ “ກໍລະນີບັນລຸໄດ້ຂໍ້ຕົກລົງທາງການຄ້າແມ່ນ ສູງກ່ວາ ກໍ່ລະນີບັນລຸໄດ້ຂໍ້ຕົກລົງທາງການຄ້າ”ໃນສະພາບໃກ້ຈະໝົດກຳນົດໃນວັນທີ 13 ທັນວາ.

ການປະກາດ ດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງ ວັນທີ 10 ທັນວາ ທ່ານ ນາຍົກລັດຖະມົນຕີ ອັງກິດ Boris Jonson ຮູ້ວ່າ “ມີເປັນໄປໄດ້ສູງ” ທີ່ປະເທດນີ້ ແລະ EU ຈະບໍ່ບັນລຸໄດ້ຂໍ້ຕົກລົງທາງການຄ້າ ໃນໄລຍະ ຫຼັງ Brexit, ພ້ອມທັງໄດ້ອອກຄຳສັ່ງວ່າ ລັດຖະບານປະເທດນີ້ກະກຽມນຳອັງກິດຖອນຕົວອອກຈາກຕະຫຼາດລວມເອີລົບໃນທ້າຍປີນີ້. ໃນວັນທີ 11 ທັນວາ, ບັນດານັກເຈລະຈາ ອັງກິດ ແລະ EU ສືບຕໍ່ເຈລະຈາຢູ່ Brussels ປະເທດ ແບນຊິກ ເພື່ອພິຈາລະນາວ່າ ອາດຈະ ແກ່ຍາວເວລາຕື່ມອີກ ເພື່ອບັນລຸໄດ້ຂໍ້ຕົກລົງໃນການປຶກສາຫາລືທີ່ມີລັກສະນະຕັດສິນ ໃນທ້າຍອາທິດນີ້ຫຼືບໍ່.

ຕອບກັບ

ຂ່າວ/ບົດ​ອື່ນ